ຊົມເຊີຍ ລາວບໍ່ມີຜູ້ຕິດເຊື້ອໃໝ່ 54 ມື້ແລ້ວ

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫລງໃນວັນທີ 5 ມິຖຸນານີ້ວ່າ: ຢູ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໃໝ່ 54 ມື້ແລ້ວ ແລະ ມີຜູ້ຕິດເຊື້ອສະສົມ 19 ຄົນ ໃນນັ້ນປິ່ນປົວດີ 18 ຄົນ, ຍັງເຫລືອພຽງ 1 ຄົນເທົ່ານັ້ນ ທີ່ຍັງຕິດຕາມອາການຢູ່ໂຮງໝໍ.

ທ່ານ ນາງ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ໃນວັນທີ 4 ມິຖຸນາຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 261 ຄົນ, ທັງໝົດແມ່ນແຮງງານລາວທີ່ກັບມາແຕ່ໄທ. ຜົນກວດ ແຮງງານລາວ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າ ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 4 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.824 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (54 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່) ແລະ ປະຈຸບັນນີ້, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 1 ຄົນ, ເປັນເພດຊາຍເຊິ່ງຈະໄດ້ສືບຕໍ່ຕິດຕາມຢູ່ໂຮງໝໍຕື່ມ.

ພ້ອມດຽວກັນນີ້, ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ທັງພາກສ່ວນໃນສັງຄົມຈົ່ງສືບຕໍ່ປະຕິບັດແຈ້ງການ ແລະ ຄຳແນະນຳຂອງຂະ    ແໜງການຕ່າງໆ ດ້ວຍຄວາມຮັບຜິດຊອບສູງຈົນກວ່າຈະມີການປ່ຽນແປງໃໝ່.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ