ນາຍົກລັດຖະມົນຕີຍີ່ປຸ່ນ ສັ່ງປົດລູກຊາຍຈາກຕຳແໜ່ງເລຂານຸການບໍລິຫານ ຫລັງມີພຶດຕິກຳບໍ່ເໝາະສົມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ພຶດສະ 2023 ຜ່ານມາວ່າ: ທ່ານ ຟູມິໂອະ ຄິຊິດະ (Fumio Kishida) ນາຍົກລັດຖະມົນຕີຍີ່ປຸ່ນ ເປີດເຜີຍຕໍ່ສື່ມວນຊົນວ່າ ໂຊທາໂຣ ຄິຊິດະ (Shotaro Kishida) ລູກຊາຍຂອງຕົນ ຈະລາອອກຈາກຕຳແໜ່ງເລຂານຸການບໍລິຫານໃນວັນທີ 1 ມິຖຸນາ 2023 ນີ້, ເນື່ອງຈາກມີພຶດຕິກຳທີ່ບໍ່ເໝາະສົມ ຫຼັງຈາກມີການເຜີຍແຜ່ພາບ ໂຊທາໂຣ ຈັດງານສັງສັນສະຫຼອງປີໃໝ່ແບບສ່ວນຕົວ ທີ່ທຳນຽບລັດຖະມົນຕີ ເມື່ອວັນທີ 30 ທັນວາ 2022 ເຊິ່ງໄດ້ເຮັດໃຫ້ສັງຄົມບໍ່ພໍໃຈກັບພຶດຕິກຳດັ່ງກ່າວ.
ທ່ານ ຟູມິໂອະ ຄິຊິດ ໄດ້ກ່າວວ່າ: ຂ້າພະເຈົ້າຈະປະຕິບັດຕາມໜ້າທີ່ ແລະ ຄວາມຮັບຜິດຊອບ ດ້ວຍການຮັບຟັງສຽງຂອງປະຊາຊົນ ແລະ ພະຍາຍາມຈັດການບັນຫາທີ່ບໍ່ສາມາດຫຼີກເວັ້ນໄດ້ ໂດຍຈະປ່ຽນຜູ້ໃໝ່ເຂົ້າມາເຮັດໜ້າທີ່ແທນ.
ເຊິ່ງເຫດການນີ້ບໍ່ແມ່ນຄັ້ງທຳອິດ ທີ່ລູກຊາຍຂອງທ່ານນາຍົກລັດຖມົນຕີ ຕົກເປັນເປົ້າ ເພາະໃຊ້ຕຳແໜ່ງໄປເຮັດກິດຈະກຳສ່ວນຕົວ. ໂດຍກ່ອນໜ້ານີ້ ໂຊທາໂຣ ຍັງຖືກຕຳໜິເລື່ອງການໃຊ້ລົດຂອງສະຖານທູດ ໃນການໄປທ່ຽວຊົມເມືອງໃນອັງກິດ ແລະ ປາຣີສ ປະເທດຝຣັ່ງ ເປັນການສ່ວນຕົວ ແລະ ຍັງຊື້ເຄື່ອງທີ່ລະນຶກໃຫ້ກັບຄະນະລັດຖະມົນຕີ ຂະນະທີ່ຕິດຕາມຜູ້ເປັນພໍ່ໃນການເດີນທາງໄປພົວພັນວຽກ.
ອ້າງອີງ: https://www.aljazeera.com/…/japans-kishida-sacks-son-as…

