ຂ່າວຮ້າຍ ແມນຢູ ຈະຂາດ ມາຊິຢາລ ນັດຊີງຊະນະເລີດ FA Cup ກັບ ແມນຊິຕີ້

ຄວາມເຄື່ອນໄຫວກ່ອນເກມ ແມນເຊັສເຕີ ຢູໄນເຕັດ ພົບກັບ ແມນເຊັສເຕີ ຊິຕີ້ ນັດຊີງຊະນະເລີດ ເອຟເອ ຄັບ 2022-23 ວັນທີ 3 ມິຖຸນາ.
ຫລ້າສຸດ ເວັບໄຊທ໌ ແມນເຊັສເຕີ ຢູໄນເຕັດ ໄດ້ຢືນຢັນວ່າເກມດັ່ງກ່າວຈະບໍ່ມີ ອອງໂຕນີ ມາຊິຢາລ ກອງໜ້າຊາວຝຣັ່ງແນ່ນອນແລ້ວ ເນື່ອງຈາກມິີອາການບາດເຈັບທີ່ຕົ້ນຂາຫລັງຈາກເກມລີກນັດຫລ້າສຸດທີ່ຊະນະ ຟູແລມ 2-1 ໃນວັນເສົາທີ່ຜ່ານມາ.
ສໍາລັບ ມາຊິຢາລ ມີບັນຫາການບາດເຈັບ ແລະ ລົງສະໜາມເປັນໂຕຈິງພຽງແຕ່ 15 ນັດເທົ່ານັ້ນໃນລະດູການ 2022-23 ແລະ ມີໂອກາດສູງທີ່ຈະຖືກປ່ອຍຕົວໃນຊ່ວງພັກແລ້ງນີ້.

