ສິ່ງທ້າທາຍດ້ານການທ່ອງທ່ຽວຂອງ ສປປ ລາວ ແມ່ນຄວາມຮູ້ດ້ານວິຊາການ ການພັດທະນາເຂດພູເຂົາຍັງບໍ່ຫຼາກຫຼາຍ

ວັນທີ 29 ພຶດສະພາ 2023 ຜ່ານມາ, ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ການຈັດກອງປະຊຸມເນື່ອງໃນໂອກາດ “ວັນທ່ອງທ່ຽວພູເຂົາສາກົນ”ຄັ້ງທີ 5 ນີ້ ເປັນຂີດໝາຍສໍາຄັນທາງປະຫວັດສາດໃຫ້ແກ່ຂະແໜງການທ່ອງທ່ຽວຂອງ ສປປ ລາວ. ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນເຂດທໍາມະຊາດ ຊຶ່ງເປັນກິດຈະກໍາທີ່ນັກທ່ອງທ່ຽວທັງພາຍໃນ, ພາກພື້ນ ແລະ ສາກົນ ກໍາລັງໃຫ້ຄວາມນິຍົມຊົມຊອບ ໃນໄລຍະຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ການສົ່ງເສີມການທ່ອງທ່ຽວພູເຂົາ ຈະປະກອບສ່ວນສໍາຄັນໃນການສ້າງແຮງງານ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວແບບຍືນຍົງ. ເນື່ອງຈາກວ່າກິດຈະກໍາການທ່ອງທ່ຽວປະເພດນີ້ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເປັນຕົ້ນ: ກິດຈະກໍາຍ່າງປ່າ, ທ່ຽວຊົມສັດປ່າ, ຊົມທິວທັດທໍາມະຊາດ, ນອນກາງເຕັ້ນ, ຮຽນຮູ້ກ່ຽວກັບພືດພັນນາໆຊະນິດ ແລະ ແລກປ່ຽນວັດທະນະທໍາວິຖີການດໍາລົງຊີວິດ ກັບປະຊາຊົນທ້ອງຖິ່ນ ແລະ ອື່ນໆ. ລາຍຮັບຈາກກິດຈະກໍາດັ່ງກ່າວນີ້, ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສັດປ່າໄມ້ ແລະ ການອະນຸລັກສັດປ່າທີ່ໃກ້ຈະສູນພັນ.
ສໍາລັບ ສປປ ລາວ ໄດ້ຖືກສໍານັກຂ່າວ CNN ຈັດອັນດັບ ໜຶ່ງໃນ 18 ສະຖານທີ່ທ່ອງທ່ຽວ ທີ່ ໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ ເປັນຕົ້ນແມ່ນ ພູສະເຫຼົ້າ, ນະຄອນປາກເຊ, ແຂວງຈໍາປາສັກ. ຈາກຜົນຂອງກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນຖອດຖອນບົດຮຽນປະສົບການ ໃນການພັດທະນາການທ່ອງທ່ຽວເຂດພູເຂົາ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.
ກິດຈະກໍາການທ່ອງທ່ຽວຢູ່ພູຜາມ່ານ “The Rock View Point” ໃນເຂດປ່າສະຫງວນແຫ່ງຊາດພູຫີນປູນ, ເມືອງຄູນຄໍາ ແຂວງຄໍາມ່ວນ ໃຫ້ປະສົບການແກ່ນັກທ່ອງທ່ຽວ ໄດ້ເຂົ້າໄປທ່ຽວຊົມຄວາມສວຍງາມທາງທໍາມະຊາດໃນເຂດພູຫີນປູນ, ສໍາພັດກັບກິດຈະກໍາພະຈົນໄພທີ່ໜ້າຕື່ນເຕັ້ນ ເຊັ່ນ: ຂີ່ສະລິງ, ໄຕ່ຂົວອຸ່, ໄຕ່ຂົວໄຍແມງມູມ, ທ່ຽວຊົມຄວາມສວຍງາມຢູ່ຈຸດສູງສຸດຂອງພູຫີນໜາມໜໍ່ ແລະ ທ່ຽວຊົມສັດປ່ານາໆຊະນິດ ເປັນຕົ້ນແມ່ນນົກຫົວໂຫຼ້ນ ທີ່ໃກ້ຈະສູນພັນ ແລະ ອື່ນໆ, ນອກຈາກນີ້, ຍັງມີເຂດພູສູງອີກຫຼາຍແຫ່ງທີ່ສວຍງາມ ສາມາດແນມເຫັນເປັນບໍລິເວນກ້ວາງ ເຊັ່ນ: ຜາເງິນ ແລະ ຜາໜາມໄຊ ເມືອງວັງວຽງ; ຈຸດຊົມວິວພູຜາແດງ ເມືອງງອຍ ແຂວງຫຼວງພະບາງ; ພູເບ້ຍ ແລະ ພູຫົວຊ້າງ ແຂວງໄຊສົມບູນ ແລະ ອື່ນໆ.
ນອກນັ້ນ ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ສິ່ງທ້າທາຍສໍາລັບ ສປປ ລາວ ດ້ານການທ່ອງທ່ຽວແມ່ນ: ຄວາມຮູ້ທາງດ້ານວິຊາການ ກ່ຽວກັບການພັດທະນາການທ່ອງທ່ຽວ ເຂດພູເຂົາຍັງບໍ່ຫຼາກຫຼາຍ, ຄວາມເປັນເຈົ້າການໃນການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ໃນການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ເຫັນຄວາມຂຽວສົດງົດງາມຂອງປ່າໄມ້ ແລະ ຄວາມອຸດົມສົມບູນ ສັດປ່ານາໆຊະນິດ ແມ່ນຍັງຈໍາກັດ.

