ລະມາມປາຖະກະຖາວັນຕ້ານການສໍ້ລາດບັງຫລວງສາກົນ

ເມືອງລະມາມ ແຂວງ ເຊກອງ ໄດ້ຈັດປາຖະກະຖາ ວັນຕ້ານການສໍ້ລາດບັງ ຫລວງສາກົນ ຄົບຮອບ 14 ປີ (09/12/2003-09/12/ 2017) ໂດຍການປາຖະກະ ຖາຂອງ ທ່ານ ແພງສີ ສີລາວີ ເຈົ້າ ເມືອງໆ ລະມາມ, ເພື່ອເປັນ ການເພີ່ມທະວີຄວາມຮັບຜິດ ຊອບຂອງພະນັກງານ-ລັດຖະກອນທົ່ວເມືອງ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ ແລະ ເຂົ້າໃຈແຈ້ງຕໍ່ໄພອັນຕະລາຍ ຂອງການສໍ້ລາດບັງຫລວງ, ທັງເຮັດໃຫ້ວຽກງານສະກັດ ກັ້ນ ແລະ ຕ້ານການສໍ້ລາດບັງ ຫລວງກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດ ທຸກໆຄົນໃນສັງຄົມ ເພື່ອເຮັດ ໃຫ້ ປະກົດການດັ່ງກ່າວໝົດໄປ ຈາກສັງຄົມ.

+ ລະມາມເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມຄັ້ງທີ II
+ ລະມາມຖອດຖອນບົດຮຽນດ້ານວຽກງານຄຸ້ມຄອງປ່າ
ທ່ານ ແພງສີ ສີລາວີ ໄດ້ ຍົກໃຫ້ເຫັນວ່າ: ການສໍ້ລາດ ບັງຫລວງແມ່ນສະພາບຫຍໍ້ທໍ້ ໜຶ່ງໃນກົງຈັກການຈັດຕັ້ງ, ທັງ ເປັນໄພອັນຕະລາຍທີ່ຮ້າຍແຮງ ເຊິ່ງມັນສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງເຖິງການ ພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫລື ໃຫຍ່, ທຸກຍາກ ຫລື ຮັ່ງມີກໍ ລ້ວນແຕ່ມີຜົນກະທົບດ້ວຍ ກັນ, ການສໍ້ລາດບັງຫລວງ ເປັນການຕັດຮອນລາຍໄດ້ ຂອງຊາດ, ຂອງລວມໝູ່ກໍ ຄືຂອງພົນລະເມືອງດ້ວຍ ຫລາຍຮູບຫລາຍວິທີ, ສ້າງ ຄວາມເສຍຫາຍໃຫ້ແກ່ຊັບ ສິນເງິນຄຳຂອງລັດ, ການ ສໍ້ລາດບັງຫລວງເປັນການ ສະແດງອອກຢ່າງເປີດແປນ ຂອງການຂາດຄຸນນະທຳ, ຂາດຈັນຍາບັນຂອງຜູ້ດໍາເນີນ ງານໃນສັງຄົມກໍ່ໃຫ້ເກີດມີ ກຸ່ມກ້ອນຮ່ວມຜົນປະໂຫຍດ ທາງເສດຖະກິດ, ການເມືອງ ແລະ ນໍາໄປສູ່ຄວາມບໍ່ເປັນ ເອກະພາບ, ເກີດມີຄວາມ ແຕກແຍກ ແລະ ອື່ນໆ.

