ເປແອສເຊ ສຸດທົນມີແວວຈະຂາຍ ເນມາ ຫລັງບໍ່ໄປຊົມເພື່ອນຮ່ວມທີມແຂ່ງນັດ ຫລ້າສຸດ ແຕ່ໄປເບິ່ງແຂ່ງ F1 ແລະ ໂປ໊ກເກີ້

ວັນທີ 30 ພຶດສະພາ 2023 ຫລັງຈາກ ປາຣີ ແຊັງ-ແຊັກແມັງ ໄດ້ຂຶ້ນຄອງບັນລັງແຊ໋ມ ລີກ ເອີງ 2022-23 ໄດ້ສຳເລັດແລ້ວ ຫລັງຈາກບຸກໄປສະເໝີກັບ ສະຕຣາສບູກ ໃນເກມລີກ 1 ນັດຮອງສຸດທ້າຍ ເມື່ອຄືນວັນເສົາທີ່ຜ່ານມາ. ເປັນແຊ໋ມສະໄໝທີ 11 ໃນລີກສູງສຸດຂອງດິນແດນນໍ້າຫອມ.

ຫລ້າສຸດ ເນມາ ກອງໜ້າທີມຊາດບຣາຊິນ. ຜູ້ໃນຂັ້ນຕອນການປິ່ນປົວການບາດເຈັບ ເຊິ່ງໄດ້ປິດສາກລະດູການ 2022-23 ໄປແລ້ວ, ແຕ່ ເນມາ ປະຕິເສດທີ່ຈະມາເບິ່ງເພື່ອນຮ່ວມທີມແຂ່ງຂັນໃນເກມດັ່ງກ່າວ. ແຕ່ກັບເດີນທາງໄປ ໂມນາໂກ ເພື່ອເບິ່ງການແຂ່ງຂັນ Formula 1 ແລະ ເຂົ້າຮ່ວມງານກິດຈະກໍາ poker, ອີງຕາມໜັງສືພິມຝຣັ່ງ L’Equipe.

ແຕກຕ່າງຈາກໝູ່ເພື່ອນຄົນອື່ນໆທີ່ໄດ້ຮັບບາດເຈັບ ແຕ່ເຂົ້າໄປຊົມເກມໃນສະໜາມ ບໍ່ວ່າຈະເປັນ ຄິມເບມເບ້, ມາກິນຍອດ, ຮາຄິມມີ່, ຣູອິສ, ເມນເດສ ແລະ ມູກິເລ ເຮັດໃຫ້ທີມງານບາງຄົນບໍ່ພໍໃຈກັບພຶດຕິກຳ ແລະ ທັດສະນະຄະຕິຂອງ ເນມາ ຢ່າງໜັກ ຈົນເຮັດໃຫ້ກະແສການຍ້າຍທີມຂອງລາວມີເພີ່ມຫຼາຍຂຶ້ນ.

ເຮັດໃຫ້ໂອກາດ 2 ທີມດັງໃນພຣີເມຍລີກ ເຊິ່ງຕົກເປັນຂ່າວວ່າສົນໃຈຄວ້າຕົວ ເນມາ ຄື ແມນເຊສເຕີ ຢູໄນເຕັດ ແລະ ເຊວຊີ ມີໂອກາດຈະເຊັນສັນຍາຄວ້າຕົວນັກເຕະຄົນນີ້ໄປຮ່ວມທີມ.