ລັດຖະບານອັງກິດຢືນຢັນ ຍັງບໍ່ມີແຜນຍົກເລີກການແຂ່ງຂັນກີລາ ເຖີງວ່າເຊື້ອໄວຣັສ COVID-19 ຍັງຄົງລະບາດ..!

ຕາມການລາຍງານຂອງ ບີບີຊີ ສື່ດັງຂອງອັງກິດໄດ້ໃຫ້ຮູ້ວ່າ: ທ່ານ
ໂອລິເວີ້ ດາວເດ້ນ ລັດຖະມົນຕີວ່າການກະຊວງວັດທະນາທຳຂອງອັງກິດ ຢືນຢັນວ່າ
ຈາກການປະຊຸມຄັ້ງຫຼ້າສຸດ ຍັງບໍ່ມີການປະກາດຍົກເລີກການແຂ່ງຂັນກີລາ ແລະ
ງານອີເວັ້ນຕ່າງໆ.

ການແຂ່ງຂັນລາຍການກີລາທຸກປະເພດຍັງດຳເນີນໄປຢ່າງປົກກະຕິ ບໍ່ມີການຍົກເລີກຫຼືເລື່ອນ ແລະ ຫ້າມແຟນບານເຂົ້າຊົມແຕ່ຢ່າງໃດ. ເຖີງແມ່ນວ່າຂະນະນີ້ຈະຢູ່ໃນສະຖານະການເຊື້ອໄວຣັສ COVID-19 ກຳລັງລະບາດແຮງກໍຕາມແຕ່ອັງກິດເຊື່ອໝັ້ນວ່າຈະຄວບຄຸມສະຖານະການໄດ້.

ຈາກສະຖານະການແຜ່ລະບາດຂອງເຊື້ອໄວຣັສ
COVID-19 ໃນປັດຈຸບັນ
ອີຕາລີ ກາຍເປັນປະເທດໃນທະວີບເອີຣົບ ທີ່ພົບຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດ ຈົນມີການສັ່ງປິດເມືອງທາງຕອນເໜືອຂອງປະເທດເຖີງ
14 ເມືຶຶຶອງ, ໃນສ່ວນຂອງປະເທດອັງກິດເອງມີຜູ້ຕິດເຊື້ອຫຼາຍກວ່າ 280 ຄົນ ເສຍຊີວິດ 3 ຄົນ.


