ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ຜູ້ໄດ້ຮັບແຕ່ງຕັ້ງໃໝ່ເປັນຜູ້ພິພາກສາຊັ້ນໜຶ່ງ ເອົາໃຈໃສ່ດ້ານຄຸນສົມບັດສິນທຳປະຕິບັດດ້ວຍຈັນຍາບັນ-ຈັນຍາທຳ

ວັນທີ 26 ພຶດສະພາ 2023, ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດແຕ່ງຕັ້ງຜູ້ຊ່ວຍຜູ້ພິພາກສາ ເປັນຜູ້ພິພາກສາຊັ້ນໜຶ່ງ, ໃຫ້ກຽດມອບມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາຊັ້ນໜຶ່ງ ໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການທິການສູນກາງພັກ ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ.
ໃນພິທີ, ຄະນະຮັບຜິດຊອບໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາຊັ້ນໜຶ່ງຄື: ແຕ່ງຕັ້ງຜູ້ຊ່ວຍ ຜູ້ພິພາກສາ ສານປະຊາຊົນສູງສຸດ ເປັນຜູ້ພິພາກສາຊັ້ນ ໜຶ່ງ ສານປະຊາຊົນສູງສຸດ 12 ທ່ານ; ແຕ່ງຕັ້ງຜູ້ຊ່ວຍ ຜູ້ພິພາກສາ ສານປະຊາຊົນ ພາກກາງ ເປັນຜູ້ພິພາກສາຊັ້ນ ໜຶ່ງ ສານປະຊາຊົນ ພາກກາງ 8 ທ່ານ; ແຕ່ງຕັ້ຜູ້ຊ່ວຍ ຜູ້ພິພາກສາ ສານປະຊາຊົນ ແຂວງ ຜົ້ງສາລີ ເປັນຜູ້ພິພາກສາຊັ້ນ ໜຶ່ງ ສານປະຊາຊົນ ແຂວງ ຜົ້ງສາລີ 2 ທ່ານ; ແຕ່ງຕັ້ງຜູ້ຊ່ວຍ ຜູ້ພິພາກສາ ສານທະຫານພາກເໜືອ ເປັນຜູ້ພິພາກສາຊັ້ນ ໜຶ່ງ ສານທະຫານພາກເໜືອ 3 ທ່່ານ; ແຕ່ງຕັ້ຜູ້ຊ່ວຍ ຜູ້ພິພາກສາ ສານທະຫານພາກໃຕ້ ເປັນຜູ່ພິພາກສາຊັ້ນ ໜຶ່ງ ສານທະຫານພາກໃຕ້ 1 ທ່ານ; ແຕ່ງຕັ້ງຜູ້ຊ່ວຍ ຜູ້ພິພາກສາ ສານທະຫານຂັ້ນສູງ ເປັນຜູ້ພິພາກສາ ສານທະຫານຂັ້ນສູງ 2 ທ່ານ.
ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເປັນຜູ້ພິພາກສາຊັ້ນໜຶ່ງຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາດັ່ງນີ້:
ໃຫ້ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງທາງດ້ານແນວຄິດຄຸນທາດການເມືອງ ຄຸນສົມບັດສິນທຳປະຕິບັດ ຈັນຍາບັນ-ຈັນຍາທຳ ໄປຄວບຄູ່ກັບການສ້າງຄວາມຮູ້-ຄວາມສາມາດທາງດ້ານວຽກງານວິຊາສະເພາະໃຫ້ເຂັ້ມແຂງ, ຕ້ອງເຂົ້າລົບລັດຖະທຳມະນູນ, ກົດໝາຍ ແລະ ນະໂຍບາຍຂອງລັດ, ເຮັດວຽກຕາມຫລັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫລາຍ ບຸກຄົນຂຶ້ນກັບການຈັດຕັ້ງ ຂັ້ນລຸ່ມຂຶ້ນກັບຂັ້ນເທິງ ແລະ ຕ້ອງເອົາໃຈໃສປະຕິບັດກົດໝາຍວ່າດ້ວຍຜູ່ພິພາກສາຢ່າງເຂັ້ມງວດ. ເພື່ອສ້າງເງື່ອນໄຂໃຫ້ສາມາດເລື່ອນຂຶ້ນ ຊັ້ນທີ່ສູງກວ່າ ແລະ ໃຫ້ກາຍເປັນຜູ້ພິພາກສາດີ-ເກັ່ງ.
ນອກນີ້, ກໍໃຫ້ພ້ອມກັນເອົາໃຈໃສຕື່ມເປັນຕົ້ນແມ່ນຕ້ອງໄດ້ສ້າງແຜນພິຈາລະນາຄົ້ນຄວ້າຄະດີໃຫ້ມີຄວາມຊັດເຈນ ເພື່ອສາມາດບໍລິຫານຄະດີໄດ້ຢ່າງເປັນລະບົບ, ສ້າງເງື່ອນໄຂຮັບປະກັນໃຫ້ໂຈດ ຈຳເລີຍ ຫລື ບຸກຄົນທີ່ສາມ (ຖ້າມີ) ໄດ້ມີການໂຕ້ແຍ່ງທຸກໆຂໍ້ສະເໜີ ຂໍ້ມູນຫລັກຖານໃຫ້ລະອຽດຄົບຖ້ວນ, ຈະແຈ້ງ, ຮັບປະກັນໃຫ້ໂຈດ ຈຳເລີຍ ຫລື ບຸກຄົນທີ່ສາມຕ້ອງເຂົ້າຮ່ວມປະຊຸມສານ ເພື່ອສະເໜີຂໍ້ມູນຫລັກຖານ ຫລື ຊີ້ແຈງ ແລະ ໂຕ້ຖຽງໃນທີ່ປະຊຸມສານຢ່າງໝົດຈິດໝົດໃຈ ຕາມລະບຽບການປະຊຸມສານທີ່ກຳນົດໄວ້ໃນກົດໝາຍ, ຖືເອົາຜົນຂອງການໂຕ້ແຍ່ງ ໂຕ້ຖຽງ ເປັນບ່ອນອີງໃນການວິນິດໄສໃຫ້ເຫດຜົນຊີ້ແຈງຕໍ່ຂໍ້ສະເໜີ, ຂໍ້ມູນຫລັກຖານຂອງໂຈດຈຳເລີຍ ຫລື ບຸກຄົນທີ່ສາມໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນທຸກປະເດັນ, ສົ່ງເສີມໃຫ້ທະນາຍຄວາມເຂົ້າຮ່ວມໃນການດຳເນີນຄະດີຢູ່ສານໃຫ້ຫລາຍເພື່ອປົກປ້ອງສິດຜົນປະໂຫຍດຂອງຄູ່ຄວາມຕາມກົດໝາຍ ແລະ ຊ່ວຍປະກອບຂໍ້ມູນຫລັກຖານ ຊີ້ແຈງທາງດ້ານກົດໝາຍ ແລະ ຄວາມເປັນຈິງກ່ຽວກັບຄະດີຂອງສານ.

