ລັດເຊຍ ຈະຮ່ວມມືກັບບັນດາປະເທດຕ້ານບັນດາໄພນາບຂູ່

ຕາມ​ຂ່າວ​ຈາກ ວິທະຍຸສາ​ກົນ ຫວຽດນາມ,ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ(Vladimir Putin), ປະທານາ ທິບໍດີ ລັດເຊຍ ໄດ້ກ່າວເຕືອນວ່າ: ສະພາບການ ສາກົນ ນັບມື້ ນັບສັບສົນ, ປະກົດມີ ສະຖານທີ່ ເຄັ່ງຕຶງໃໝ່ ຢ່າງໜັກໜ່ວງ ຂອງການປະທະກັນ ທີ່ແກ່ຍາວ ລະຫວ່າງ ອູ​ແ​ກຣນ ​ແລະ ລັດ​ເຊຍ. ຍ້ອນເຫດນັ້ນ, ການນຳ ລັດເຊຍ ຈິ່ງເນັ້ນໜັກ ຄວນເພີ່ມທະວີ ຄວາມສະຖຽນ ລະພາບໂລກ, ສືບຕໍ່ສ້າງລະບົບ ດ້ານຄວາມໝັ້ນຄົງ ເປັນເອກະພາບ ບໍ່ສາມາດ ຕັດແຍກ, ແກ້ໄຂບັນດາ ບັນຫາ ດ້ວຍຂອບ ຂະໜາດໃຫຍ່ ເພື່ອຮັບປະກັນ ການພັດທະນາ ເສດຖະກິດ, ເຕັກໂນໂລຊີ ແລະ ສັງຄົມ ເພື່ອບັນລຸໄດ້ ສິ່ງດັ່ງກ່າວ, ກ່ອນອື່ນໝົດ ຕ້ອງມີການ ສົມທົບກັນ, ຄວາມມານະພະຍາຍາມ ຂອງທຸກໆປະເທດ, ພ້ອມກັນ ເຮັດວຽກງານ ທີ່ຕັ້ງໜ້າ ບົນຫລັກການ ເຄົາລົບນັບຖື, ຮ່ວມມື ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ຂະນະ​ທີ່ ລັດເຊຍ ກຽມພ້ອມ ຮ່ວມມືກັບ ທຸກໆປະເທດ ທີ່ມີຄວາມສົນໃຈເຖິງ ການຕ້ານຄືນ ບັນດາໄພນາບຂູ່ລວມ ແລະ ລັດເຊຍ ເຄົາລົບນັບຖື ສາຍພົວພັນ ທີ່ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ ກັບບັນດາ ປະເທດ ອາຊີ, ອາບຟຣີກາ ແລະ ອາເມລິກາ ລາຕິນ ແລະ ຈະສະໜັບສະໜູນ ດ້ວຍທຸກວິທີ ທີ່ອາດສາມາດ ເຮັດໄດ້.