ອັງກິດຫລຸດຂໍ້ຈຳກັດການເດີນທາງໄປປະເທດ ແລະ ດິນແດນ 32 ແຫ່ງຊ່ວງໂຄວິດ

ວັນທີ 6 ຕຸລາ 2021, ທາງການອັງກິດຫລຸດຂໍ້ຈຳກັດໃນການເດີນທາງໄປປະເທດ ແລະ ດິນແດນ 32 ແຫ່ງໃນຊ່ວງໂຄວິດ ເຊິ່ງການປ່ຽນສະຖານະໃນຄັ້ງນີ້ຈະເປີດໂອກາດໃຫ້ຄົນເດີນທາງໄປປະເທດຕ່າງໆໃນກຸ່ມນີ້ເຊັ່ນ: ບັງກະລາເທດ, ເບລາຣຸດ, ກາຊັກສະຖານ, ມາເລເຊຍ ລວມທັງປະເທດໝູ່ເກາະໃນປາຊີຟິກເພີ່ມຂຶ້ນ.
ອັບການິດສະຖານ, ອາເຈນຕິນາ, ບຣາຊິວ, ຊິລີ, ເຮຕິ, ອິນໂດເນເຊຍ, ເມັກຊິໂກ, ມຽນມາ, ເປຣູ, ຟີລິບປິນ, ເຊເຊວ, ອາຟຣິກາໃຕ້, ໄທ, ເວເນຊູເອລາ ແລະ ປະເທດອື່ນໆອີກ 40 ປະເທດ ຍັງໄດ້ຮັບການຈັດໃຫ້ຢູ່ໃນສະຖານະປະເທດສີແດງ ຖ້າຈະເດີນທາງເຂົ້າປະເທດຈະຕ້ອງຕິດຕໍ່ກັບທາງການອັງກິດ ຢືນຢັນຜົນກວດຫາເຊື້ອ ເຂົ້າກັກຕົວຕາມລະບຽບຢ່າງເຂັ້ມງວດ ໂດຍຈະຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນຊ່ວງກັກຕົວເອງທັງໝົດ.
ອ້າງອີງ:
- https://www.gov.uk/government/news/travel-advice-changes-made-for-over-30-countries-and-territories
- https://www.gov.uk/guidance/red-list-of-countries-and-territories
- https://inews.co.uk/inews-lifestyle/travel/red-list-countries-mexico-south-africa-thailand-come-off-next-travel-update-uk-review-1233206

