UN ກ່າວວ່າປະຊາຄົມໂລກລົ້ມເຫລວໃນການປົກປ້ອງພົນລະເຮືອນ ຈາກບັນຫາຄວາມຂັດແຍ່ງ ແລະ ການໃຊ້ຄວາມຮຸນແຮງ

ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ (UN) ລະບຸວ່າ: ປະຊາຄົມໂລກລົ້ມເຫລວໃນການປົກປ້ອງພົນລະເຮືອນ ຈາກບັນຫາຄວາມຂັດແຍ່ງ ແລະ ການໃຊ້ຄວາມຮຸນແຮງ ເຊິ່ງໃນປີ 2022 ຜ່ານມາ ມີພົນລະເຮືອນເກືອບ 17.000 ຄົນ ເສຍຊີວິດຈາກຄວາມຂັດແຍ່ງໃນພື້ນທີ່ບໍລິເວນ 12 ຈຸດທົ່ວໂລກ ໂດຍຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນຈາກປີກ່ອນໜ້າເຖິງ 53%.
ທ່ານ ກູເຕເຣສ ກ່າວໃນກອງປະຊຸມຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ວ່າ: ເພື່ອເປົ້າໝາຍໃນການປົກປ້ອງພົນລະເຮືອນຕາມທີ່ກໍານົດໄວ້ໃນກົດໝາຍມະນຸດສະທໍາສາກົນ ປະຊາຄົມໂລກຈະຕ້ອງຊ່ວຍກັນປົກປ້ອງພົນລະເຮືອນຜູ້ບໍລິສຸດເຫລົ່ານີ້ ພ້ອມຍົກຕົວຢ່າງເຫດການທີ່ນໍາໄປສູ່ການເສຍຊີວິດຂອງພົນລະເຮືອນຈໍານວນຫລາຍເຊັ່ນ: ສົງຄາມຣັດເຊຍ-ອູແກຣນ, ຄວາມຂັດແຍ່ງຢູ່ຊູດັງ, ເອທິໂອເປຍ ລວມທັງຢູ່ຊີຣີ ເປັນຕົ້ນ.
ໂດຍທ່ານ ກູເຕເຣສ ລະບຸອີກວ່າ: ການວິໄຈຂອງ UN ທີ່ເຂົ້າໄປສຶກສາໃນພື້ນທີ່ສົງຄາມ ຫລື ພື້ນທີ່ຂັດແຍ່ງ ພົບວ່າ 94% ຂອງເຫຍື່ອທີ່ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດລະເບີດໃນພື້ນທີ່ຊຸມຊົນປີ 2022 ຜ່ານມາ ລ້ວນແຕ່ເປັນພົນລະເຮືອນທັງໝົດ. ຂະນະທີ່ກວ່າ 117 ລ້ານຄົນ ກໍາລັງຜະເຊີນສະພາບຄວາມອຶດຫິວ ເຊິ່ງສາເຫດສໍາຄັນມາຈາກສົງຄາມ ແລະ ຄວາມບໍ່ໝັ້ນຄົງໄຮ້ສະຖຽນລະພາບ.
ອ້າງອີງ:
https://www.aljazeera.com/…/world-failing-to-protect…

