ລວມ 10 ສະຖິຕິໃໝ່ໃນປີ 2019

ສຳນັກຂ່າວເອເອັຟພີຮວບຮວມ 10 ສະຖິຕິໂລກທີ່ເກີດຂຶ້ນໃໝ່ໃນປີ 2019 ມີທັງເດືອນທີ່ຮ້ອນທີ່ສຸດ, ແລ່ນມາລາທອນໄວທີ່ສຸດ ໄປຈົນເຖິງລາຄາປະມູນສູງສຸດ.
ຮ້ອນທີ່ສຸດ: ເດືອນກໍລະກົດປີນີ້ ອຸນຫະພູມໂລກສ້າງສະຖິຕິຮ້ອນທີ່ສຸດເທົ່າທີ່ເຄີຍມີການບັນທຶກມາ ສະເລ່ຍ 16,75 ອົງສາ ສະເພາະຢູ່ເອີຣົບຄື້ນຄວາມຮ້ອນເຮັດໃຫ້ຝຣັ່ງຮ້ອນເປັນປະຫວັດສາດ 42,6 ອົງສາ, ເຢຍລະມັນ 41,5 ອົງສາ ແລະ ອັງກິດ 38,7 ອົງສາ. ສ່ວນວັນທີ 19 ທັນວາ ເປັນວັນຮ້ອນທີ່ສຸດຂອງອົດສະຕຣາລີ ອຸນຫະພູມສະເລ່ຍທົ່ວປະເທດ 41,9 ອົງສາ.
ປັບໄໝໜັກທີ່ສຸດ: ເຟສບຸກຖືກຄະນະກຳມາທິການການຄ້າແຫ່ງຊາດຂອງອາເມລິກາ ສັ່ງປັບໄໝໃນເດືອນກໍລະກົດເປັນເງິນ 5.000 ລ້ານໂດລາສະຫະລັດ ໂທດຖານລະເມີດຄວາມເປັນສ່ວນຕົວຜູ້ໃຊ້ງານ ສູງທີ່ສຸດເທົ່າທີ່ບໍລິສັດເອກະຊົນໃນໂລກນີ້ເຄີຍຖືກປັບໄໝມາ.
ຍອດຂາຍຫລາຍທີ່ສຸດ: ອາລີບາບາ ອີຄອມເມີດ ຍັກໃຫຍ່ຂອງຈີນສ້າງສະຖິຕິຍອດຂາຍໃນວັນຄົນໂສດ 11 ພະຈິກ ວັນດຽວ 38.300 ລ້ານໂດລາສະຫະລັດ ທຸບສະຖິຕິໃນປີກ່ອນ ເພາະເພີ່ມຂຶ້ນເຖິງ 26%.
ລາຄາປະມູນສູງສຸດ: ປະຕິມາກຳສະແຕນເລສຮູບກະຕ່າຍອາຍຸ 33 ປີຂອງ ເຈັຟ ຄູນ ສິລະປິນຊາວອາເມລິກາ ກາຍເປັນຜົນງານຂອງສິລະປິນທີ່ຍັງມີຊີວິດຢູ່ທີ່ມີຄົນປະມູນໄປໃນລາຄາສູງທີ່ສຸດເຖິງ 91,1 ລ້ານໂດລາສະຫະລັດ ໃນເດືອນພະຈິກ.
ມາລາທອນໄວທີ່ສຸດ: ເອລຽດ ຄິບເຊໂກ ນັກແລ່ນມາລາທອນຊາວເກນຢາໄວ 35 ປີ ເປັນຄົນທຳອິດໃນໂລກທີ່ໃຊ້ເວລາບໍ່ຮອດ 2 ຊົ່ວໂມງ ເຂົ້າເສັ້ນໄຊມາລາທອນ ລົບສະຖິຕິຕົນເອງດ້ວຍການສ້າງສະຖິຕິໃໝ່ 1 ຊົ່ວໂມງ 59 ນາທີ 40,2 ວິນາທີ ໃນການແຂ່ງຂັນແລ່ນມາລາທອນ ຢູ່ນະຄອນຫລວງວຽນນາ ຂອງໂອຕຣິດ ໃນເດືອນຕຸລາ.
ປີນເຂົາໄວທີ່ສຸດ: ນີມັລ ປູຈາ ນັກໄຕເຂົາຊາວເນປານໄວ 36 ປີ ປີນເຂົາສູງທີ່ສຸດໃນໂລກຄົບທັງ 14 ຍອດໃນເວລາພຽງ 6 ເດືອນ 6 ວັນ ທຸບສະຖິຕິແຊ້ມເກົ່າຊາວ ສ.ເກົາຫລີ ທີ່ໃຊ້ເວລາເກືອບ 8 ປີກວ່າຈະຄົບ.
ຖ້ຽວບິນໄກທີ່ສຸດ: ສາຍການບິນແຄວນຕັສທົດລອງຖ້ຽວບິນກົງແບບບໍ່ຢຸດພັກຈາກນະຄອນນິວຢ໋ອກຂອງອາເມລິກາໄປນະຄອນຊິດນີຂອງອົດສະຕຣາລີສຳເລັດໃນເດືອນຕຸລາ ໃຊ້ເວລາທັງໝົດ 19 ຊົ່ວໂມງ 16 ນາທີ ບິນເປັນໄລຍະທາງຫລາຍກວ່າ 16.000 ກິໂລແມັດ.
ເດັກນ້ອຍທີ່ສຸດ: ນາງ ເຊບີ ມືນຕາເບິ່ງໂລກກ່ອນກຳນົດໃນເດືອນທັນວາປີກ່ອນ ດ້ວຍນ້ຳໜັກພຽງ 245 ກຣາມ ຊໍ່າກັບໝາກແອັບເປິ້ນໜຶ່ງໜ່ວຍ ແລະ ຕ້ອງຢູ່ໃນການເບິ່ງແຍງເປັນພິເສດຫລາຍເດືອນ ຈົນໂຮງໝໍເມືອງແຊນດີເອໂກ ລັດກາລິຟໍເນຍ ປະກາດຢືນຢັນໃນເດືອນພຶດສະພາປີນີ້ວ່າ: ນາງນ້ອຍເປັນເດັກຕົວນ້ອຍທີ່ສຸດທີ່ມີຊີວິດລອດມາໄດ້.
ບ່ອນຈອດລົດລາຄາແພງທີ່ສຸດ: ບ່ອນຈອດສຳລັບລົດໜຶ່ງຄັນໃນອາຄານດາດຟ້າເດິເຊັນເຕີຂອງຮົງກົງມີຄົນຊື້ໄປໃນເດືອນຕຸລາ ລາຄາ 7,6 ລ້ານໂດລາຮົງກົງ.

