ກໍາມາທິການກົດໝາຍ ທາບທາມຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ ເພື່ອພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5

ວັນທີ 22 ພຶດສະພາ 2023 ທີ່ສະພາແຫ່ງຊາດ, ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ຈຳນວນ 4 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການ ສະພາແຫ່ງຊາດ, ປະທານ-ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮອງປະທານສະພາແຫ່ງຊາດ ກ່າວວ່າ: ຮ່າງກົດໝາຍ ຈໍານວນ 4 ສະບັບ ດັ່ງກ່າວປະກອບມີ: ຮ່າງກົດໝາຍວ່າດ້ວຍການປົກຄອງ, ຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ, ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ຮ່າງກົດໝາຍວ່າດ້ວຍການຈັດຫາງານ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ນັ້ນ ເຊິ່ງເປັນຮ່າງກົດໝາຍທີ່ມີຄວາມຫລໍ່ແຫລມ, ລະອຽດອ່ອນທີ່ພົວພັນກັບສິດ ແລະ ຜົນປະໂຫຍດຂອງລັດ ແລະ ຂອງປະຊາຊົນໂດຍກົງ. ສະນັ້ນ, ເພື່ອຮັບປະກັນໃຫ້ບັນດາຮ່າງກົດໝາຍເຫລົ່ານັ້ນໃຫ້ມີຄວາມສອດຄ່ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໃນເມື່ອສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງ ແລະ ປະທານປະເທດ ປະກາດໃຊ້ ຍ້ອນແນວນັ້ນ, ໃນວັນທີ 15 ພຶດສະພາ 2023 ຈຶ່ງໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ ກອງປະຊຸມໄດ້ຕົກລົງໃຫ້ນໍາເອົາຮ່າງກົດໝາຍ ຈໍານວນ 4 ສະບັບ ທາບທາມຄໍາຄິດຄໍາເຫັນຄືນໃໝ່ ໂດຍໃຫ້ຈັດການທາບທາມຢູ່ສູນກາງ ແລະ ນຳໄປທາບທາມຄໍາເຫັນນໍາບັນດາທ່ານຄູອາຈານ ແລະ ນັກສຶກສາ ທີ່ຄະນະນິຕິສາດ ແລະ ລັດຖະສາດ.

ດັ່ງນັ້ນ, ກໍາມາທິການກົດໝາຍ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຈັດກອງປະຊຸມທາບທາມຄໍາເຫັນຢູ່ສະພາແຫ່ງຊາດ ໂດຍເຊີນບັນດາທ່ານຜູ້ຕາງໜ້າຈາກທຸກກະຊວງ, ອົງການ, ສະພາປະຊາຊົນນະຄອນຫຼວງວຽງຈັນ, ອົງການປົກຄອງນະຄອນຫລວງວຽງຈັນ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ ໃນ 5 ຕົວເມືອງໃນເທສະບານນະຄອນຫລວງວຽງຈັນ ແລະ ສືບຕໍ່ທາບທາມຄໍາເຫັນນໍາຜູ້ປະກອບການ ແລະ ພາກສ່ວນທຸລະກິດ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເພື່ອລະດົມການປະກອບຄໍາເຫັນໃສ່ຮ່າງກົດໝາຍ ຈໍານວນ 4 ສະບັບ ເປົ້າໝາຍເພື່ອກໍານົດເນື້ອໃນໃຫ້ມີຄວມຮັດກຸມ, ຈະແຈ້ງ, ສອດຄ່ອງກັບກົດໝາຍອື່ນ ແລະ ສາມາດນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.