ກະຊວງສາທາລະນະສຸກ ກະກຽມເພື່ອຮອງຮັບມາດຕະການເຂົ້າ-ອອກປະເທດ

ຈາກການວາງມາດຕະການສະກັດກັ້ນ ແລະ ຄວບຄຸມພະຍາດທີ່ສອດຄ່ອງເໝາະສົມແຕ່ຫົວທີ ແລະ ສິ່ງສຳຄັນແມ່ນການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ຕັດສິນໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າລວມທັງທຸກການຈັດຕັ້ງ ແລະ ທຸກພາກສ່ວນໃນສັງຄົມທີ່ຮ່ວມມືປະຕິບັດທຸກມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ທົ່ວເຖິງ ທັງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດອ້າຍນ້ອງ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຮັດໃຫ້ສະພາບການລະບາດຂອງພະຍາດນັບມື້ຫລຸດໜ້ອຍລົງຈົນເຮັດໃຫ້ສາມາດຜ່ອນຜັນຫລາຍມາດຕະການເພື່ອເປັນການຟື້ນຟູເສດຖະກິດ ແລະ ສັງຄົມທີ່ໄດ້ຮັບຜົນກະທົບມາເປັນເວລາຍາວນານ. ແນວໃດກໍດີ, ກະຊວງສາທາລະນະສຸກ ກໍໄດ້ກະກຽມເພື່ອຮອງຮັບມາດຕະການເຂົ້າ-ອອກປະເທດ ແລະ ມາດຕະການຜ່ອນຜັນພາຍໃນປະເທດໄລຍະການລະບາດຂອງພະຍາດໂຄວີດ 19 ໃນຕໍ່ໜ້າ.

ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫລງຂ່າວພິເສດໃນງັນທີ 7 ພຶດສະພາ 2022 ໂດຍເນັ້ນການສືບຕໍ່ສັກວັກຊີນຄົບໂດສລວມທັງເຂັມກະຕຸ້ນຢ່າງທົ່ວເຖິງ ເພື່ອໃຫ້ມີອັດຕາການປົກຄຸມຫລາຍທີ່ສຸດ ຈຶ່ງຈະສາມາດມີພູມຄຸ້ມກັນໝູ່ໃນສັງຄົມຢ່າງກວ້າງຂວາງ. ແນວໃດກໍດີ, ຂະແໜງສາທາລະນະສຸກ ໄດ້ກະກຽມຄວາມພ້ອມເພື່ອຮອງຮັບມາດຕະການຜ່ອນຜັນໄລຍະການລະ ບາດຂອງພະຍາດໂຄວິດ-19 ເປັນຕົ້ນໂຮງໝໍ ແລະ ສະຖານທີ່ຮອງຮັບປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທັງໂຮງໝໍພາກລັດ ແລະ ເອກະຊົນທີ່ມີເງື່ອນໄຂເພື່ອໃຫ້ມີສະຖານພຽງພໍທຮອງຮັບກໍລະນີເກີດການລະບາດຮອບໃໝ່ລວມທັງກຽມອຸປະກອນການແພດ, ອຸປະກອນປ້ອງກັນຕ່າງໆ, ອຸປະກອນເພື່ອການປີ່ນປົວເຊີດຊູຄົນເຈັບໜັກໃຫ້ພຽງພໍຕາມຄວາມຕ້ອງການ ແລະ ແຈກຢາຍໃຫ້ແຕ່ລະແຂວງທົ່ວປະທດ.

ຂະນະດຽວກັນ ກໍເພີ່ມທະວີເຝົ້າລະວັງຕາມສະຖານທີ່ສ່ຽງຕ່າງໆພ້ອມທັງເພີ່ມການບໍລິການເກັບ-ກວດຕົວຢ່າງ ຂອງພາກລັດ ແລະ ເອກະຊົນທີ່ມີສ່ວນຮ່ວມ ໃນກຸ່ມຄົນທີ່ມີຄວາມສ່ຽງ ແລະ ເຝົ້າລະວັງພະຍາດສາຍພັນ ໃໝ່ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ສືບຕໍ່ສົ່ງເສີມ ແລະ ສະໜັບສະໜູນບັນດາໂຮງງານ ໃນສປປ ລາວ ຜະ ລິດຢາປີ່ນປົວໂຄວິດ-19 ເພື່ອສະໜອງໃຫ້ພຽງພໍຕາມຄວາມຕ້ອງການນຳໃຊ້ໃນຂອບເຂດທົ່ວປະເທດ.

ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮຽກຮ້ອງທຸກພາກສ່ວນໃນສັງຄົມໂດຍຄຽງຄູ່ກັບການຜ່ອນ ຜັນມາດຕະການພື້ນຟູເສດຖະກິດຂອງປະເທດຕ້ອງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດເປັນຕົ້ນ ໃສ່ຜ້າປິດປາກ-ດັງ ເວລາອອກໄປສະຖານທີ່ຕ່າງໆ ຫລື ຢູ່ໃກ້ຄົນອື່ນ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມືທີ່ມີທາດເຫຼົ້າ 70% ເລື້ອຍໆ, ຮັກສາໄລຍະຫ່າງໃນສັງຄົມແລະສິ່ງສຳຄັນຄືການໄປສັກວັກຊີນລວມທັງເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນໝູ່ເຊິ່ງສາມາດປ້ອງການຄວາມຮຸນແຮງຂອງພະຍາດ ແລະ ຫລຸດຜ່ອນການເສຍຊີວິດຍ້ອນພະຍາດໂຄວິດ-19.

ສຳລັບຜູ້ທີ່ບໍ່ສະບາຍຄ້າຍຄືໄຂ້ຫວັດ ກໍໃຫ້ໄປກວດຫາເຊື້ອໂດຍໄວ ເພາະກວດພົບເຊື້ອໄວ ປີ່ນປົວໄວ ກໍຈະເຮັດໃຫ້ບໍ່ມີອາການຮຸນແຮງ ຫລື ເສຍຊີວິດ, ສ່ວນຜູ້ທີ່ກວດດ້ວຍຕົນເອງ ແລະ ປີ່ນປົວຕົນເອງຢູ່ເຮືອນ ກໍໃຫ້ເອົາໃຈໃສ່ຕິດຕາມອາການຕົນເອງ ແລະ ໂທຫາສາຍດ່ວນ 164 ເພື່ອຂໍຄຳປືກສາ ແລະ ຕິດຕາມຕົນເອງ.