ອິນເດຍວາງສີລາລືກໂຄງການ ລົດໄຟຫົວກະສຸນເສັ້ນທຳອິດ
ນາຍົກລັດຖະມົນຕີອິນເດຍ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ຮ່ວມກັນວາງສີລາລືກໂຄງການກໍ່ສ້າງລົດໄຟຫົວກະສຸນເສັ້ນທາງທຳອິດ ລະຫວ່າງເມືອງອຳດາບາດກັບເມືອງມຸມໄບ ໂດຍງົບປະມານສ່ວນຫຼາຍມາຈາກການສະໜັບສະໜູນຂອງລັດຖະບານໂຕກຽວ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງອຳດາບາດ ລັດຄຸຊະຣາດ ປະເທດອິນເດຍ ໃນວັນທີ 14 ກັນຍາວ່າ: ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ແລະ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ເປັນປະທານຮ່ວມກັນໃນການວາງສີລາລືກໂຄງການກໍ່ສ້າງລະບົບລົດໄຟຄວາມໄວສູງແບບຫົວກະສຸນ ໂດຍເສັ້ນທາງປະຖົມມະລືກເຊື່ອມລະຫວ່າງເມືອງອຳດາບາດ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງລັດຄຸຊະຣາດ ຕັ້ງຢູ່ທາງຕາເວັນຕົກສຽງເໜືອຂອງປະເທດ ກັບເມືອງມຸມໄບ ເຊິ່ງເປັນເມືອງທ່າທີ່ສຳຄັນ ແລະ ເປັນເມືອງເອກຂອງລັດມະຫາຣາດຣະ ຕັ້ງຢູ່ທາງຕາເວັນຕົກຕອນກາງ ໂດຍຄິດເປັນໄລຍະທາງປະມານ 500 ກິໂລແມັດ.
ສຳລັບໄລຍະເວລາຂອງໂຄງການກໍ່ສ້າງ ຄາດວ່າຈະສຳເລັດພາຍໃນ 5 ປີ ໂດຍໃຊ້ງົບປະມານປະມານ 19.000 ລ້ານໂດລາສະຫະລັດ ແລະ ສ່ວນຫຼາຍໄດ້ຮັບການສະໜັບສະໜູນຜ່ານໂຄງການກູ້ຢືມດອກເບ້ຍຕໍ່າຂອງລັດຖະບານຍີ່ປຸ່ນ. ຂະນະດຽວກັນ ມີການຕີລາຄາວ່າ: ການໃຊ້ລະບົບລົດໄຟຄວາມໄວສູງແບບຫົວກະສຸນໃນເສັ້ນທາງນີ້ ຈະຊ່ວຍຫຼຸດຜ່ອນໄລຍະເວລາການເດີນທາງໃຫ້ໄວຂຶ້ນເຫລືອ 5 ຊົ່ວໂມງຈາກ 8 ຊົ່ວໂມງ.

