ຜູ້ອ່ານໜັງສືພິມ VnExpress ສ້າງຫໍພັກໃຫ້ນັກຮຽນ

ຮຽບຮຽງໂດຍ: ລູກເມືອງພວນ

ອີງຕາມແຫຼ່ງຂ່າວຈາກ VnExpress, ວັນທີ 5 ກັນຍານີ້, ໃຫ້ຮູ້ວ່າ: ຜູ້ອ່ານ VnExpress ຫຼາຍພັນຄົນ ໄດ້ອອກເງິນກັນເພື່ອສ້າງຫໍພັກໃຫ້ນ້ອງນັກຮຽນປະມານ 200 ນ້ອງທີ່ເມືອງ ຮ່ວາງຊູຟີ ແຂວງ ຮ່າຢາງຂອງຫວຽດນາມ.

ລະຫ່ວາງເດືອນກໍລະກົດ 2018 ຜ່ານມາ, ໜັງສືພິມ VnExpress ຂອງຫວຽດນາມໄດ້ເປີດຂະບວນການປະກອບສ່ວນເງິນ ເພື່ອສ້າງຫໍພັກໃຫ້ນ້ອງນັກຮຽນຢູ່ ໂຮ່ເທົາ ແລະ ຈ້ຽນໂຟ້ ຊຶ່ງເປັນສອງຕາແສງທີ່ທຸກທີ່ສຸດຂອງເມືອງ ຮ່ວາງຊູຟີ ແຂວງ ຮ່າຢາງ, ພຽງແຕ່ສອງເດືອນເປີດຂະບວນການ ສາມາດໄດ້ເງິນບໍລິຈາກທັງໝົດ 2 ຕື້ດົງ.

ຫຼັງຈາກນັ້ນ, ຫໍພັກສອງຫຼັງກໍໄດ້ເລີ່ມກໍ່ສ້າງຂຶ້ນໃນເດືອນ ເມສາ ຜ່ານມາ ແລະ ສຳເລັດການກໍ່ສ້າງພໍດີຖືກກັບມື້ໄຂສົກຮຽນໃໝ່ 2019 -​2020. ນັກຮຽນຕາແສງ ໂຮ່ເທົາ ແລະ ຈ້ຽນໂຟ້ ຫຼາຍກ່ວາ 200 ນ້ອງໄດ້ມີຫໍພັກໃໝ່.

ນັກຮຽນເຂດພູດອຍ, ສ່ວນຫຼາຍແມ່ນຢູ່ໄກໂຮງຮຽນ, ແຕ່ລະມື້ຕ້ອງໄດ້ຢ່າງໄປໂຮງຮຽນຫຼາຍສິບກິໂລແມັດ, ຜ່ານຫ້ວຍຮ່ອງພູເຂົາ, ມີຫຼາຍນ້ອງຈຳຕ້ອງໄດ້ປະການຮຽນຍ້ອນເສັ້ນທາງໄກເກີນໄປ. ດັ່ງນັ້ນ, ສຳນັກໜັງສືພິມ VnExpress ຈຶ່ງໄດ້ສ້າງຂະບວນການຂໍແຜ່ປັດໃຈນຳສັງຄົມຂຶ້ນ ເພື່ອເອົມມາສ້າງຫໍພັກໃຫ້ພວກນ້ອງໄດ້ກິນນອນຢູ່ກັບໂຮງຮຽນ ໂດຍການສະໜັບສະໜູນຂອງລັດຖະບານ, ຫຼຸດຜ່ອນການປະລະການຮຽນຂອງພວກນ້ອງນັກຮຽນໃນເຂດຊົນນະບົດ-ພູດອຍລົງ.

ນອກຈາກການປະກອບສ່ວນຂອງຜູ້ອ່ານແລ້ວ, ພາຍໃຕ້ການປຸກລະດົມຂອງໜັງສືພິມ VnExpress ແລະ ກຸ່ມບໍລິສັດ FPT, ມີຫຼາຍຫົວໜ່ວຍທຸລະກິດ ແລະ ບໍລິສັດຕ່າງໆກໍໄດ້ປະກອບສ່ວນເຂົ້າໃນການສ້າງຫໍພັກໃຫ້ພວກນ້ອງນັກຮຽນໃນຄັ້ງນີ້. ເຊັ່ນວ່າ: ບໍລິສັດ Vingroup ເປັນຜູ້ໃຊ້ຈາຍຄ່າແຮງງານກໍ່ສ້າງ, ບໍລິສັດ Nippon ຊ່ວຍນໍ້າສີ, ກຸ່ມບໍລິສັດ ຮວາຟາດ ເປັນຜູ້ອຸປະຖຳຕຽງນອນໃຫ້ພວກນ້ອງ, ບໍລິສັດ FPT Play ຊ່ວຍຫ້ອງສາຍພາບ ດ້ວຍໜ້າຈໍຂະໜາດໃຫ່ຍ ໃຫ້ທັງສອງໂຮງຮຽນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ