ໄບເດັນ ແລະ ປູຕິນ ຈະພົບປะຕົວຕໍ່ຕົວ ເພື່ອຟື້ນຟູຄວາມສຳພັນຂອງສອງປະເທດ ທີ່ສະວີດເຊີແລນ

ປະທານາທິບໍດີ ໂຈໄບເດັນ ຂອງສະຫະລັດອາເມລິກາ ແລະ ປະທານາທິບໍດີ ວະລາດີເມຍ ປູຕິນ ຂອງລັດເຊຍຕົກລົງຈະພົບກັນໃນການປະຊຸມສຸດຍອດແບບຕົວຕໍ່ຕົວຄັ້ງທຳອິດ ໃນຖານະຜູ້ນຳສະຫະລັດ ທີ່ເມືອງ ເຈນີວາ ສະວີດເຊີແລນ ໃນວັນທີ 16 ມິຖຸນາ ໂດຍຈະຫາລືໃນປະເດັນເລັ່ງດ່ວນຕ່າງໆ ເພື່ອພະຍາຍາມຟື້ນຟູຄວາມສຳພັນຂອງທັງສອງປະເທດ ໃຫ້ມີສະຖຽນລະພາບ.

ຂະນະທີ່ລັດເຊຍກໍເປີດເຜີຍວ່າຈະຫາລືເຖິງສະຖານະການຄວາມສຳພັນໃນປັດຈຸບັນ ແລະ ໂອກາດພັດທະນາໃນອະນາຄົດ ຄວາມໝັ້ນຄົງທາງຍຸດທະສາດ, ຄວາມຄັດແຍ່ງໃນພາກພື້ນ. ທ່ານ ນາງ ເຈນຊາກ ໂຄສົກທຳນຽບຂາວກໍເຜີຍວ່າ: ໄບເດັນ ຈະປຶກສາໃນເລື່ອງທີ່ກ່ຽວກັບ ຢູເຄຣນ ແລະ ເບຣາຣູດ ຊຶ່ງກ່ອນໜ້ານີ້ ໄບເດັນ ສະເໜີໃຫ້ມີການປະຊຸມສຸດຍອດໃນການສົນທະນາທາງໂທລະສັບເມື່ອເດືອນ ເມສາ ຜ່ານມາ ໂດຍ ປູຕິນ ມີທ່າທີຕອບຮັບຂໍ້ສະເໜີດັ່ງກ່າວ ເຊິ່ງຈະເກີດຂຶ້ນຫຼັງຈາກທີ່ສະຫະລັດໃຊ້ມາດຕະການຂວໍ້າບາດ ແລະ ຂັບໄລ່ນັກການທູດຂອງລັດເຊຍ 10 ຄົນ ເພື່ອຕອບໂຕ້ການໂຈມຕີທາງ ໄຊເບີ ຄັ້ງໃຫຍ່ຕໍ່ໜ່ວຍງານລັດຖະບານສະຫະລັດ ແລະ ການແຊກແຊງເລືອກຕັ້ງປະທານາທິບໍດີສະຫະລັດ.

ທັງນີ້ ໄບເດັນ ກໍມີກຳນົດຈະອອກເດີນທາງໃນຊ່ວງຕົ້ນເດືອນ ມິຖຸນາ ຊຶ່ງເປັນການເດີນທາງໄປຕ່າງປະເທດເປັນຄັ້ງທຳອິດນັບແຕ່ຮັບຕຳແໜ່ງປະທານາທິບໍດີ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບຜູ້ນຳລະດັບໂລກໃນການປະຊຸມສຸດຍອດກຸ່ມ ຈີ7 ໃນລະຫວ່າງວັນທີ 11-13 ມິຖຸນາ ທີ່ ຄໍວໍ ຂອງອັງກິດ ຈາກນັ້ນຈະເຂົ້າຮ່ວມປະຊຸມສຸດຍອດ ອົງການສົນທິສັນຍາແອດແລນຕິເໜືອ ຫຼື ນາໂຕ ທີ່ ບຣັດເຊລ ຂອງ ເບັນຢຽມໃນວັນທີ 14 ມິຖຸນາ ຈາກນັ້ນຈຶ່ງຈະເດີນທາງໄປສະວິດເຊີແລນ ຕໍ່ໄປ.