ເຊລຊີ ເປີດເຈລະຈາຫວັງຄວ້າອະດີດດາວດັງ ລີເວີພູລ ຈາກ ບາເຢິນ ມິວນິກ

ໂອກາດທີ່ ຊາດີໂອ ມາເນ ກອງໜ້າເຊເນກັລຂອງ ບາເຢິນ ມິວນິກ ຈະໄດ້ຍ້າຍກັບສູ່ ພຣີເມຍລີກ ຢ່າງໄວວາ ມີຫລາຍຂຶ້ນອີກລະດັບ ເມື່ອມີລາຍງານຫລ້າສຸດວ່າ ເຊລຊີ ໄດ້ເລີ່ມຕົ້ນເຈລະຈາກັບ ບາເຢິນ ໄປແລ້ວ ສຳລັບການນຳຕົວມາຍັງ ສະແຕມຟອດ ບຣິດ ໃນໄລຍະລະດູການ.

ກ່ອນໜ້ານີ້ Football Inside ລະບຸວ່າ : ວ່າທີ່ຜູ້ຈັດການທີມໃຫມ່ ເຊລຊີ ຢ່າງ ເມົາຣີຊີໂອ ໂປເຊັດຕີໂນ ໄດ້ບອກກັບຄະນະບໍລິຫານ ເຊລຊີ ແລ້ວວ່າລາວຕ້ອງການຮ່ວມງານກັບ ມາເນ ອີກເທື່ອຫນຶ່ງ ຫລັງເຄີຍຢູ່ດ້ວຍກັນທີ່ ເຊົາແທມຕັນ  ກ່ອນທີ່ນັກເຕະຈະມາປະສົບຄວາວມສຳເລັດກັບ ລີເວີພູລ ເຊ່ັນດຽວກັບທີ່ ໂປເຊັດຕີໂນ ກໍລາທີມບາເຊໂລນາ ໄປຄຸມ ສະເປີ.

ເປັນທີ່ຄາດວ່າ ບາເຢິນ ພ້ອມປ່ອຍດາວເຕະອາຍຸ 31 ອອກຈາກທີມແບບບໍ່ຄິດຫລາຍ ດ້ວຍລາຄາບໍ່ແພງ ປະມານ 30 ລ້ານປອນເທົ່ານັ້ນ ພາຍຫລັງຈ່າຍ 28 ລ້ານປອນ ຊື້ໄປຈາກ ລີເວີພູລ  ເມື່ອລະດູການທີ່ແລ້ວ ແຕ່ ມາເນ ບໍ່ອາດສ້າງຜົນງານໄດ້ດີໃນລີກເຢຍລະມັນ ລວມທັງມີບັນກັບ ເລຣອຍ ຊາເນ ຈົນມີຂ່າວວ່າຈະຖືກຈີກສັນຍາອອກທີມແລ້ວ.

ຫລ້າສຸດ ເປໂດຣ ອັລເມດ້າ ນັກຂ່າວບານເຕະໂປຣຕຸເກສ ລາຍງານວ່າ ການເຈລະຈາຮອບທຳອິດລະຫວ່າງ ເຊລຊີ ກັບ ບາເຢິນ ມີຂຶ້ນໄປແລ້ວເມື່ອອາທິດກ່ອນ ໄລຍະວັນທີອາທິດທີ 7 ພຶດສະພາ.

ການຮີບເຈລະຈາຕັ້ງແຕ່ຕົ້ນ ບໍ່ຕ້ອງຖ້າໃຫ້ລະດູການຈົບລົງ ເຮັດໃຫ້ ເຊລຊີ ຢູ່ໃນຈຸດທີ່ດີຕໍ່ການໄດ້ຕົວ ມາເນ ກັບ ມາຫລິ້ນໃນ ພຣີເມຍລີກ ກ່ອນໃຜ ຂະນະທີ່ອີກທີມເຊິ່ງສົນໃຈນັກເຕະຢູ່ ແລະ ມີກຳລັງຊື້ບໍ່ເສຍກັນຢ່າງ ນິວຄາສເຊິລ ຢູໄນເຕັດ ຍັງບໍ່ໄດ້ຫຍັບເຂົ້າຫາ ບາເຢິນ ໃນຕອນນີ້.