ເປີດເຜີຍລາງວັນທີ່ ເຊລຊີ ໄດ້ຮັບຈາກການຄວ້າແຊ໊ມສະໂມສອນໂລກ

ໂທມັສ ທູເຄິລ ຜູ້ຈັດການທີມ ເຊລຊີ ປະກາດສັກດາພາ ເຊລຊີ ເດີນຫນ້າຄວ້າແຊ໊ມມາປະດັບຕູ້ສະແດງໃຫ້ກັບສະໂມສອນເພີ່ມອີກ ຫລັງເອົາຊະນະ ພັລໄມຣັສ 2-1 ໃນເວລາ 120 ນາທີ ຄວ້າແຊ໊ມ ຟີຟາ ຄລັບ ເວີນ ຄັບ (ຊີງແຊ໊ມສະໂມສອນໂລກ) ໄດ້ສຳເລັດ ເມື່ອວັນເສົາທີ 12 ກຸມພາທີ່ຜ່ານມາ.

ທູເຄິລ ພາທີມ ເຊລຊີ ໄດ້ທັງແຊ໊ມ ຢູຟາ ແຊ໊ມປຽນລີກ, ຢູຟາ ຊຸບເປີ ຄັບ ແລະ ສະໂມສອນໂລກ ນັບຕັ້ງແຕ່ເຂົ້າມາເຮັດຫນ້າທີ່ໃນຖິ່ນ ສະແຕມຟອດ ບຣິດ ເມື່ອເດືອນມັງກອນປີ 2021 ລວມທັງຍັງມີຄິວລົງຫລິ້ນນັດຊີງຊະນະເລີດ ຄາຣາບາວ ຄັບ ກັບ ລີເວີພູລ ອີກຫນຶ່ງລາຍການ ໃນວັນອາທິດທີ 27 ກຸມພານີ້ນຳອີກ.

ສຳລັບເງິນລາງວັນຈາກການເປັນແຊ໊ມສະໂມສອນໂລກໃນປີນີ້ ເຊລຊີ ທີມແຊ໊ມໄດ້ຮັບເງິນລາງວັນໄປ 3,68 ລ້ານປອນ ສ່ວນ ພັລໄມຣັສ ຮອງແຊ໊ມໄດ້ 2,94 ລ້ານປອນ.

ຂະນະທີ່ ເງິນລາງວັນແຊ໊ມຢູຟາ ແຊ໊ມປຽນລີກ ລະດູການ2021/22 ມີການປະກາດອອກມາແລ້ວວ່າ ທີມແຊ໊ມຈະໄດ້ປະມານ 16,74 ລ້ານປອນ ສ່ວນ ຮອງແຊ໊ມໄດ້ປະມານ 12,97 ລ້ານປອນ.