ໜ່ວຍພັກກົມກວດກາ ກະຊວງ ຮສສ ພົບເຫັນຜົນເສຍຫາຍ 3,4 ຕື້ກວ່າກີບ ເກັບກູ້ຄືນໄດ້ແລ້ວ 281 ລ້ານກວ່າກີບ

ທ່ານ ຄໍາແສນ ໄຊຍະວົງ ຮອງປະທານຄະນະກວດກາພັກກະຊວງ, ຮອງເລຂາໜ່ວຍພັກກົມກວດກາ ລາຍງານຕໍ່ ກອງປະຊຸມກາງສະໄໝ ໜ່ວຍພັກກົມກວດກາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວັນທີ 26 ເມສາ 2023 ຜ່ານມານີ້ວ່າ:

–         ໜ່ວຍພັກກົມກວດກາ ມີສະມາຊິກພັກສົມບູນທັງໝົດ 13 ສະຫາຍ, ຍິງ 4 ສະຫາຍ;

–         ມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ;

–         ໄດ້ຕິດຕາມ, ກວດກາພັກປົກກະຕິຢູ່ຄະນະພັກຮາກຖານ ແລະ ບັນດາຄະນະໜ່ວຍພັກທີ່ຂຶ້້ນກັບ ອົງຄະນະພັກກະຊວງທັງໝົດ 12 ໜ່ວຍພັກ;

–         ໄດ້ກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບລົງມາ ຈໍານວນ 9 ໂຄງການ ມູນຄ່າທັງໝົດ 34,5 ຕື້ກວ່າກີບ;

–         ໄດ້ແຈ້ງຊັບສິນ ແລະ ລາຍຮັບ ພະນັກງານ-ລັດຖະກອນທີ່ໄດ້ຮັບການເລື່ອນຕໍາແໜ່ງ ແລະ ລັດຖະກອນຝຶກງານ 95% ເລື່ອນເປັນ 100% ຈໍານວນ 125 ທ່ານ, ຍິງ 59 ທ່ານ;

–         ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ແລະ ຕິດຕາມແກ້ໄຂຜົນການກວດກາ ຈໍານວນ 5 ຄັ້ງ ພົບເຫັນຜົນເສຍຫາຍທັງໝົດ 3,4 ຕື້ກວ່າກີບ ສາມາດເກັບກູ້ຄືນໄດ້ 281 ລ້ານກວ່າກີບ, ຍັງຄ້າງ 3,1 ຕື້ກວ່າກີບ.

ພ້ອມນັ້ນ ຍັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ V ໄລຍະກາງສະໄໝ ແລະ ທິດທາງແຜນການໄລຍະທ້າຍສະໄໝ ຂອງໜ່ວຍພັກກົມກວດກາ. ຈາກນັ້ນ, ສະຫາຍ ນາງ ໄກສອນ ອ້ວນຄໍາປັນຍາ ກໍາມະການໜ່ວຍພັກກົມກວດກາ ກໍໄດ້ຂຶ້ນຜ່ານຮ່າງບົດສໍາຫຼວດການຈັດຕັ້ງປະຕິບັດຂອງໜ່ວຍພັກ.

ໂອກາດດຽວກັນ, ຜູ້ທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນຕີລາຄາ ແລະ ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບຕີລາຄາການນໍາພາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍພັກກົມກວດກາ ແລະ ຮ່າງບົດສໍາຫຼວດການຈັດຕັ້ງປະຕິບັດຂອງໜ່ວຍພັກ ຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນຈະແຈ້ງຄົບຖ້ວນ.

ສະຫາຍ ປະເດີມພອນ ສົນທະນີ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ໜ່ວຍພັກກົມກວດກາຕ້ອງໄດ້ເອົາໃຈໃສ່ສູ້ຊົນບຸກບືນໃນທ້າຍສະໄໝ ເປັນຕົ້ນ ການສຶກສາອົບຮົມການເມືອງ-ແນວຄິດ ການສ້າງສະຕິເຄົາລົບລະບຽບກົດໝາຍ, ສະຕິຕໍ່ການຈັດຕັ້ງຕໍ່ລະບຽບວິໄນ ແລະ ຄວາມຮັບຜິດຊອບເຮັດແທ້ທໍາຈິງ ແລະມີຄວາມໂປ່ງໃສຂອງສະມາຊິກພັກ, ພະນັກງານກວດກາ; ເອົາໃຈໃສ່ນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ລະບຽບຂອງພັກ ແລະກົດໝາຍຂອງລັດ ດ້ວຍການຫັນເປັນແຜນການ, ແຜນງານອັນສະອຽດຂອງກົມກວດກາ; ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມເປັນແບບຢ່າງນໍາໜ້າ, ມີຄວາມຊື່ສັດຈິງໃຈຕໍ່ການຈັດຕັ້ງ, ຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ, ເພີ່ມທະວີຄົ້ນຄວ້າບັນດາມະຕິ, ຄໍາສັ່ງ, ລະບຽບກົດໝາຍ ກ່ຽວກັບວຽກງານກວດກາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະໃຫ້ມີຜົນສໍາເລັັດ.

ຂ່າວ: ວາລະສານກວດກາ