ປະທານປະເທດ ສົ່ງສານອວຍພອນເຖິງ ສົມ​ເດັດ ນາຣຸຮິໂຕະ​ ​ເຈົ້າຈັກກະພັດ​ ເນື່ອງໃນວັນຊາດຍີ່ປຸ່ນ

ວັນ​ທີ 23 ກຸມພາ 2023 ນີ້​ ທ່ານ​ ທອງ​ລຸນ ສີ​ສຸ​ລິດ​ ປະທານ​ປະ​ເທດ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ ສົ່ງສານອວຍພອນເຖິງ ສົມ​ເດັດ ນາຣຸຮິໂຕະ​ ​ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ​ ເນື່ອງໃນວັນຊາດຍີ່ປຸ່ນ ເນື້ອໃນ​ສານ​ມີດັ່ງນີ້:

​ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ເນື່ອງໃນໂອກາດອັນເປັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 63 ພັນສາ ກໍ່ຄືວັນຊາດຍີ່ປຸ່ນ ຈົ່ງຊົງພະກະເສມສໍາລານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນຍີ່ປຸ່ນ ຕະຫຼອດໄປ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ພວກເຮົາ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ພັດທະນາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນຳ​ເອົາ​ຜົນ​ປະ​ໂຫຍດຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ລາວ ແລະ ຍີ່​ປຸ່ນ. ພ້ອມກັນນັ້ນ, ກໍ່ເປັນການ​​ປະກອບສ່ວນເຂົ້າ​ໃນ​ການ​ສົ່ງເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ​ອວຍພອນ​ໄຊ​ໃຫ້ ສົມເດັດ ແລະ ພະ​ບໍລົມ​ວົງສາ​ນຸວົງທຸກພະອົງ ຈົ່ງ​ມີ​ພະ​ລາ​ນາ​​ໄມ​ສົມບູນ, ​ຊົງພະ​ກະ​ເສມສຳລານ, ມີອາຍຸ​ຍິ່ງ​ຍືນນານ ແລະ ຂໍອວຍພອນໃຫ້ປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ ມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,