ເປີດເສັ້ນທາງຊີວິດ ຟິລ ໂຟເດັນ ຈາກເດັກເກັບບານສູ່ນັກເຕະຄ່າເມື່ອຍລະດັບສູງ

ພາຍຫລັງຈາກທີ່ ຟິລ ໂຟເດັນ ກອງກາງທີມຊາດອັງກິດຂອງ ແມນເຊສເຕີ ຊິຕີ ຕໍ່ສັນຍາຢູ່ໃນຖິ່ນ ເອຕິຮັດ ສະເຕດ້ຽມ ໄປຈົນເຖິງປີ 2027 ຢ່າງເປັນທາງການຮຽບຮ້ອຍແລ້ວ ພ້ອມທັງຍັງໄດ້ຮັບຄ່າເມື່ອຍ 225,000 ປອນ/ອາທິດນຳອີກ.
ເຊິ່ງຫລ້າສຸດ ສະໂມສອນແມນເຊສເຕີ ຊິຕີ ໄດ້ໂພສຄລິບໜຶ່ງຂອງ ຟິລ ໂຟເດັນ ລົງໃນໂລກອອນລາຍ ເຊິ່ງເປັນການໄລ່ ລຽງເສັ້ນເວລາ ຕັ້ງແຕ່ສະໄຫມເຂົ້າມາເປັນເດັກປັ້ນຂອງສະໂມສອນໃນໄລຍະປີ 2008 ກ່ອນຈະຄ່ອຍໆ ຍົກລະດັບຂຶ້ນມາສູ່ຊຸດ ໃຫຍ່ໄດ້ສຳເລັດໃນໄລຍະປີ 2017 ຫລື ເມື່ອ 5 ປີຜ່ານມາ.
ໂດຍຫາກໄລ່ຕັ້ງແຕ່ຂຶ້ນຊຸດໃຫຍ່ ປີທຳອິດລາວໄດ້ຮັບຄ່າເມື່ອຍພຽງ 96 ປອນ/ອາທິດ ກ່ອນຈະໄດ້ເພີ່ມເປັນ 12,000 ປອນ ໃນປີ 2018 ແລະ ຄ່ອຍໆເລື່ອນຂຶ້ນມາເປັນ 6 ຫມື່ນປອນ ໃນປີ 2019 ແລະ ມາເຖິງ 225,000 ໃນມື້ນີ້.
ສຳລັບ ໂຟເດັນ ອາຍຸ 22 ປີ ໄດ້ຮັບການຍອມຮັບວ່າເປັນຫນຶ່ງໃນນັກເຕະເຍົາວະຊົນທີ່ເກັ່ງທີ່ສຸດໃນວົງການບານເຕະ ແລະ ເປັນ ຜູ້ນັກເຕະຄົນສຳຄັນຂອງແມນຊິຕີ ພາຍໃຕ້ການຄຸມທີມຂອງ ເປບ ກວາດີໂອລາ ລາວຄວ້າມາແລ້ວ 11 ຂັນລາງວັນໃນລະດັບສະ ໂມສອນ ເຊັ່ນ : ແຊ໊ມປຽນລີກ 4 ສະໄຫມ, ເອຟເອ ຄັບ 1 ສະໄຫມ, ລີກ ຄັບ 4 ສະໄຫມ ແລະ ຄອມມູນິຕີ ຊິລ 2 ສະໄຫມ ແລະ ຕິດທີມຊາດອັງກິດຊຸດໃຫຍ່ໄປແລ້ວ 18 ນັດ.

