ມຽນມາກຽມໃຫ້ “Visa on Arrival” ນັກເດີນທາງ “ຈີນ-ອິນເດຍ”

ພົນລະເມືອງຈີນ ແລະ ອິນເດຍ ກຽມເດີນທາງເຂົ້າມຽນມາໄດ້ ພາຍໃຕ້ເງື່ອນໄຂ “Visa on Arrival”.

ວັນທີ 15 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກວດຄົນເຂົ້າເມືອງຂອງມຽນມາອອກຖະແຫລງການ ກຽມມອບສິດພິເສດໃຫ້ຜູ້ຖືກໜັງສືເດີນທາງຈີນ ແລະ ອິນເດຍ ໃນການເດີນທາງເຂົ້າມາໄດ້ໂດຍບໍ່ຕ້ອງຂໍວີຊາ ແລະ ບໍ່ຕ້ອງຂໍຮັບການກວດຈໍ້າກາ ຫລື Visa on Arrival ໂດຍຈະມີການປະກາດກໍານົດ ແລະ ລາຍລະອຽດເພີ່ມຕື່ມ “ໃນມໍ່ໆນີ້”.

ປັດຈຸບັນ ຜູ້ຖືໜັງສືເດີນທາງຂອງຈີນ ແລະ ອິນເດຍ ຕ້ອງຍື່ນຄໍາຮ້ອງແບບອອນລາຍ ໃນເວັບໄຊຂອງສະຖານເອກອັກຄະລັດຖະທູດ ຫລື ສະຖານກົງສຸນມຽນມາ ເພື່ອຂໍຮັບການພິຈາລະນາອະນຸມັດວີຊາທ່ອງທ່ຽວ ຫລື ເດີນທາງມາຍື່ນເອກະສານດ້ວຍຕົນເອງ. ຈີນ ແລະ ອິນເດຍ ເປັນປະເທດທີ່ມີຊາຍແດນຕິດກັບມຽນມາ.

ນອກຈາກນີ້, ມີລາຍງານວ່າ: ລັດຖະບານມຽນມາເນັ້ນສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວນໍາຣັດເຊຍ ໂດຍມຽນມາ ແອເວ ອິນເຕີເນຊັນແນລ ເຊິ່ງເປັນສາຍການບິນແຫ່ງຊາດຂອງມຽນມາ ເປີດເສັ້ນທາງບິນຕົງ ລະຫວ່າງເມືອງຢາງກຸ້ງກັບເມືອງໂນໂວຊີບີສ ເມືອງໃຫຍ່ອັນດັບສາມຂອງຣັດເຊຍ.