ຍອດເສຍຊີວິດເພີ່ມ ແລະ ເຮືອນເປ່ເພກວ່າ 5 ພັນຫລັງຈາກພາຍຸຖະຫລົ່ມຫວຽດນາມ

ຄະນະກຳມະການກູ້ໄພຫວຽດນາມຖະແຫລງວ່າ: ພາຍຸເຂດຮ້ອນເຊິນຕິນ ເຮັດໃຫ້ມີຜູ້ເສຍຊີວິດ 32 ຄົນ, ບາດເຈັບ 14 ຄົນ, ສູນຫາຍ 17 ຄົນ.
ຝົນຕົກໜັກເຮັດໃຫ້ເກີດນ້ຳຖ້ວມທາງພາກເໜືອຂອງຫວຽດນາມ ພາຍຫລັງຜະເຊີນພາຍຸເຂດຮ້ອນເຊິນຕິນທີ່ອ່ອນກຳລັງລົງຈາກລະດັບໄຕ້ຝຸ່ນ ເຄື່ອນທີ່ເຂົ້າມາທາງຝັ່ງພາກເໜືອໃນວັນທີ 19 ກໍລະກົດ ເຮັດໃຫ້ຝົນຕົກໜັກ ແລະ ນ້ຳຖ້ວມນະຄອນຫລວງຮ່າໂນ້ຍເຊັ່ນກັນ. ຄະນະກຳມະການຄົ້ນຫາ ແລະ ກູ້ໄພແຫ່ງຊາດ ລາຍງານວ່າ: ເຮືອນຫລາຍກວ່າ 5.000 ຫລັງເສຍຫາຍ, ເນື້ອທີ່ກະສິກຳເສຍຫາຍ 500.000 ໄລ່ ເຮັດໃຫ້ສັດລ້ຽງຕາຍເກືອບ 17.000 ໂຕທົ່ວປະເທດ. ອີກດ້ານໜຶ່ງ ເຈົ້າໜ້າທີ່ສຳນັກງານປ້ອງກັນໄພພິບັດຫວຽດນາມລາຍງານຄາດວ່າຈະມີຝົນຕົກໜັກຕໍ່ເນື່ອງໄປອີກ 2-3 ວັນ.

