G7 ຕັ້ງເປົ້າໝາຍສໍາຄັນໃໝ່ ສົ່ງເສີມການຜະລິດພະລັງງານແສງຕາເວັນ-ລົມ

ສະມາຊິກກຸ່ມປະເທດອຸດສາຫະກໍາຂະໜາດໃຫຍ່ 7 ແຫ່ງ ຫລື G7 ກໍານົດເປົ້າໝາຍຮ່ວມໃໝ່ທີ່ສໍາຄັນ ສໍາລັບກໍາລັງການຜະລິດພະລັງງານແສງຕາເວັນ ແລະ ລົມນອກຊາຍຝັ່ງ ໂດຍເຫັນພ້ອມຈະເລັ່ງການພັດທະນາພະລັງງານໝູນວຽນ ແລະ ຍົກເລີກໃຊ້ເຊື້ອໄຟຟໍຊິລໃຫ້ໄວຂຶ້ນ.
ວັນທີ 17 ເມສາ, ສໍານັກຂ່າວຣອຍເຕີລາຍງານວ່າ: ນອກຈາກການກໍານົດເປົ້າໝາຍໃໝ່ G7 ຍັງໂຈະການອະນຸມັດເສັ້ນຕາຍໃນປີ 2030 ສໍາລັບການຫລຸດການໃຊ້ຖ່ານຫີນຢູ່ການາດາ ແລະ ປະເທດສະມາຊິກອື່ນໆ, ຊຸກຍູ້ ລວມທັງເປີດໂອກາດສໍາລັບການລົງທຶນໃນແກັສຢ່າງຕໍ່ເນື່ອງ ໂດຍໃຫ້ເຫດຜົນວ່າ: ພາກສ່ວນດັ່ງກ່າວສາມາດຊ່ວຍແກ້ໄຂບັນຫາການຂາດເຂີນພະລັງງານທີ່ອາດເກີດຂຶ້ນໄດ້.
“ທ່າມກາງວິກິດພະລັງງານທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ສິ່ງສໍາຄັນຄືການຫາມາດຕະການຮັບມືຕໍ່ການປ່ຽນແປງສະພາບອາກາດ ແລະ ສົ່ງເສີມຄວາມໝັ້ນຄົງດ້ານພະລັງງານໄປພ້ອມກັນ” ທ່ານ ຢາສຸໂຕຊິ ນິຊິມູຣະ ລັດຖະມົນຕີອຸດສາຫະກໍາຍີ່ປຸ່ນ ກ່າວໃນການຖະແຫລງຂ່າວ. “ຂະນະທີ່ມີການຍອມຮັບວ່າ: ມັນມີເສັ້ນທາງທີ່ຫລາກຫລາຍໃນການບັນລຸເປົ້າໝາຍກາກບອນເປັນກາງ ພວກເຮົາເຫັນພ້ອມເຖິງຄວາມສໍາຄັນຂອງການມຸ່ງສູ່ເປົ້າໝາຍຮ່ວມກັນໃນປີ 2050”.
ໃນຖະແຫລງການ ປະເທດສະມາຊິກໃຫ້ຄໍາໝັ້ນຮ່ວມກັນວ່າ: ຈະເພີ່ມກໍາລັງການຜະລິດລົມນອກຊາຍຝັ່ງອີກ 150 ກິກະວັດ ພາຍໃນປີ 2030 ແລະ ກໍາລັງການຜະລິດພະລັງງານແສງຕາເວັນໃຫ້ຫລາຍກວ່າ 1 ເທຣາວັດ.
ນອກຈາກນີ້, G7 ຍັງຕົກລົງຈະເລັ່ງ “ການຍົກເລີກໃຊ້ເຊື້ອໄຟຟໍຊິລຄົງທີ່” ເຊິ່ງເປັນການຈູດເຊື້ອໄຟຟໍຊິລ ໂດຍບໍ່ໃຊ້ເຕັກໂນໂລຊີດັກຈັບການປ່ອຍແກັສກາກບອນທີ່ເກີດຂຶ້ນ ເພື່ອບັນລຸເປົ້າໝາຍການປ່ອຍແກັສເຮືອນແກ້ວສຸດທິເປັນສູນໃນລະບົບພະລັງງານ ພາຍໃນປີ 2050.

