ຂ່າວດີ!! ຂະຫຍາຍເວລາຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າໃຊ້ຈ່າຍ ຢູ່ໂຮງໝໍ ສູນກາງ 103 ກອງທັບ ວັນທີ 20 ເມສາ ຫາ 12 ພຶດສະພາ 2023

ຂ່າວດີ!! ຂະຫຍາຍເວລາຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າໃຊ້ຈ່າຍ ຢູ່ໂຮງໝໍ ສູນກາງ 103 ກອງທັບ ເລີ່ມແຕ່ວັນທີ 20 ເມສາ ຫາ 12 ພຶດສະພາ 2023, ທີມແພດຊ່ຽວຊານຕາ ຈາກ ສປ ຈີນ ຮ່ວມມືກັບ ທີມແພດ ສປປ ລາວ ຈະຈັດໂຄງການຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າໃຊ້ຈ່າຍ, ເຊິ່ງສະຖານທີ່ແມ່ນຢູ່ ໂຮງໝໍ ສູນກາງ 103 ກອງທັບ ນະຄອນຫລວງວຽງຈັນ ເລີ່ມແຕ່ເວລາ 08:30 ເປັນຕົ້ນໄປ.
ສຳລັບຂັ້ນຕອນໃນການຜ່າຕັດແມ່ນໃຊ້ເວລາ ພຽງ 20 ນາທີ, ມີຄວາມວ່ອງໄວ ແລະ ປອດໄພ, ຟື້ນຟູສາຍຕາໄດ້ດີ ພ້ອມທັງປັບປຸງຄຸນນະພາບຊີວິດດີຂຶ້ນ.
ສ່ວນປະຊາຊົນທ່ານໃດທີ່ມີບັນຫາພະຍາດແກ່ນຕາຂຸ້ນ ແມ່ນສາມາດສອບຖາມໄດ້ທີ່ເບີ 020 91015953 ທ່ານ ດຣ ສະແຫວງໄຊ ດາລາສາດ; 020 5541 5170 ທ່ານ ດຣ ພອນສະຫວັນ ຈ່າສານ; 020 5597 9797 ທ່ານ ດຣ ພອນສະຫວັນ ສໍອິນໄຊ.

