ວິທະຍາໄລສິລະປະເຜີຍແຜ່ຂໍ້ແຂ່ງຂັນ 3 ດີສະຫລອງວັນແມ່ຍິງສາກົນ

ເມື່ອທ້າຍອາທິດຜ່ານ ມາ, ວິທະຍາໄລສິລະປະ, ໄດ້ ຈັດກອງປະຊຸມເຜີຍແຜ່ເອ ກະສານຂໍ້ແຂ່ງຂັນ 3 ດີ, ເນື່ອງ ໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ 8 ມີນາ ຄົບ ຮອບ 108 ປີ, ໃຫ້ເປັນຂະ ບວນຟົດຟື້ນ, ໂດຍທ່ານ ສີສຸກ ພັນແພງດີ ຮອງຜູ້ອໍານວຍ ການ ວິທະຍາໄລດັ່ງກ່າວເປັນ ຜູ້ເຜີຍແຜ່, ມີຄູ, ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນຈຳ ນວນຫລາຍ.
+ ລາວສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ
+ ແມ່ຍິງແຂວງວຽງຈັນຈັດກິດຈະກຳຍ່າງເພື່ອສຸຂະພາບສະຫລອງວັນແມ່ຍິງສາກົນ
ທ່ານ ສີສຸກ ພັນແພງດີ ໃຫ້ ຮູ້ວ່າ: ຂໍ້ແຂ່ງຂັນດັ່ງກ່າວ ປະກອບມີ: ພົນລະເມືອງດີ, ພັດ ທະນາດີ (ພັດທະນາຕົນເອງ, ພັດທະນາອົງການຈັດຕັ້ງສະ ຫະພັນແມ່ຍິງ ແລະ ພັດທະນາ ປະເທດຊາດ) ແລະ ສ້າງຄອບ ຄົວດີມີຄວາມຜາສຸກຄື: ເປັນ ພົນລະເມືອງດີຕ້ອງມີນໍ້າໃຈ ຮັກຊາດ, ຮັກລະບອບປະຊາທິ ປະໄຕປະຊາຊົນ, ຈົ່ງຮັກພັກດີ ຕໍ່ພັກຕໍ່ປະເທດຊາດ, ຮັກກຽດ ສັກສີຂອງແມ່ຍິງລາວ, ປະຕິ ບັດຕາມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍ, ລະບຽບການຕ່າງໆ; ປະຕິບັດສິດ ແລະ ພັນ ທະຂອງພົນລະເມືອງລາວ ມີ ນໍ້າໃຈບໍລິສຸດສັດຊື່, ມີແບບ ແຜນດໍາລົງຊີວິດທີ່ປອດໃສ, ຖືກຕ້ອງຕາມຮີດຄອງປະເພ ນີອັນດີງາມຂອງຊາດ, ເອກະລັກ ສະເພາະຂອງແມ່ຍິງລາວ, ມີຄວາມສາມັກຄີຮັກແພງ, ເອື້ອ ເຟື້ອເພື່ອແຜ່ ແລະ ກໍ່ສ້າງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ຕ້ອງຮູ້ ພັດທະນາຮ່າງກາຍ ໃຫ້ ມີສຸຂະພາບແຂງແຮງ, ມັນສະໝອງດີ, ມີຄຸນນະພາບຊີວິດ, ມີອາຍຸຍືນ, ພັດທະນາແນວ ຄິດຈິດໃຈ ເຮັດໃຫ້ສຸຂະພາບ ຈິດໃຈ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໜັກແໜ້ນ, ເຮັດໃຫ້ຕົນເອງ ມີລະດັບການສຶກສາ, ມີຄວາມ ຮູ້ທາງດ້ານວິທະຍາສາດທໍາ ມະຊາດ-ສັງຄົມ ແລະ ທິດສະ ດີການເມືອງໃຫ້ສູງຂຶ້ນ, ເພື່ອ ຕອບສະໜອງໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ຮູ້ ປະຕິບັດ ແລະ ເຄົາລົບລະບຽບ ກົດໝາຍ,ພາລະບົດບາດ-ໜ້າທີ່ຂອງອົງການຈັດຕັ້ງສະຫະ ພັນແມ່ຍິງ ແລະ ສະຫະພັນ ແມ່ຍິງໃຫ້ໄດ້ດີ, ເອົາໃຈໃສ່ ປັບປຸງແບບແຜນວິທີເຮັດ ວຽກ, ວິທີນໍາພາຂອງຄະນະ ສະຫະພັນແມ່ຍິງແຕ່ລະຂັ້ນ ຢ່າງມີຫົວ ຄິດປະດິດສ້າງ ແລະ ມີປະສິດທິຜົນ, ປຸກລະດົມ ຂົນຂວາຍ, ກໍ່ສ້າງມະຫາຊົນ ເພື່ອຂະຫຍາຍ ເຂົ້າເປັນສະມາ ຊິກສະຫະພັນ ແມ່ຍິງໃຫ້ກວ້າງ ຂວາງຮັບປະກັນປະລິມານ ແລະ ຄຸນນະພາບ, ເຂົ້າຮ່ວມ ປະຕິບັດ 2 ໜ້າ ທີ່ຍຸດທະສາດ ຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ປະກອບ ສ່ວນເຫື່ອ ແຮງ, ສະຕິປັນຍາ, ວັດຖຸສິ່ງ ຂອງທີ່ເປັນປະໂຫຍດໃຫ້ແກ່ ສັງຄົມ, ປະຕິບັດໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍດ້ວຍ ຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມລະດັບ ຄາດໝາຍ ແລະ ສ້າງຄອບ ຄົວດີມີຄວາມຜາສຸກຄື: ຜົວ- ເມຍພ້ອມກັນສ້າງຄອບຄົວ ໃຫ້ມີຄວາມອົບອຸ່ນ, ມີ ຄວາມ ຖືກຕ້ອງປອງດອງ, ມີຄວາມ ສະເໝີພາບ, ເຄົາລົບນັບຖື, ໃຫ້ກຽດເຊິ່ງກັນ ແລະ ກັນ, ພ້ອມກັນລ້ຽງດູສຶກສາອົບ ຮົມລູກຫຼານ, ສະມາຊິກໃນ ຄອບຄົວໃຫ້ໄດ້ຮັບການສຶກ ສາ, ພັດທະນາຊີວິດການເປັນ ຢູ່ຂອງຄອບຄົວໃຫ້ດີຂຶ້ນ./.

