ແມນຢູ ຖອນຕົວຄວ້າ ຈູດ ເບລລິງແຮມ ເສີມທີມລະດູການນີ້ ຫລັງສູ້ລາຄາບໍ່ໄຫວ

ສື່ອັງກິດຫລາຍສຳນັກລາຍງານກົງກັນວ່າ ລີເວີພູລ ຕັດສິນໃຈຖອນຕົວຈາກການເຊັນສັນຍາ ຈູດ ເບລລິງ ແຮມ ກອງກາງຂອງ ໂບຣຸສເຊຍ ມາຮ່ວມທີມໃນຕະຫລາດລະດູການນີ້ ເນື່ອງຈາກບໍ່ສາມາດສູລາຄານັກເຕະບໍ່ໄດ້.
ໂດຍ ລີເວີພູລ ຕົກເປັນຂ່າວເຊື່ອມໂຍງກັບ ເບລລິງແຮມ ມາຢ່າງຍາວນານ ຫລັງນັກເຕະອາຍຸ 19 ປີລາຍນີ້ເປັນນັກເຕະ ເຈີເກັນ ຄລອບ ຜູ້ຈັດການທີມລີເວີພູລ ມັກ ແລະ ເບິ່ງວ່າຈະສາມາດຊ່ວຍຍົກລະດັບໃນແດນກາງຂອງທີມໄດ້.
ນອກຈາກ ລີເວີພູລ ແລ້ວຍັງມີອີກຫລາຍສະໂມສອນທັງ ແມນເຊສເຕີ ຢູໄນເຕັດ, ແມນເຊສເຕີ ຊິຕີ, ເຊລຊີ, ປາຣີສ ແຊັງ ແຊັກແມັງ ແລະ ຣຽວ ມາດຣິດ ຕ່າງໃຫ້ຄວາມສົນໃຈ ເບລລິງແຮມ ທີ່ຄາດວ່າຈະມີຄ່າຕົວບໍ່ຕຳ່ກວ່າ 115 ລ້ານປອນ.
ແນວໃດກໍຕາມຫລ້າສຸດ ສື່ໃນອັງກິດລະບຸວ່າ : ລີເວີພູລ ໄດ້ຖອນຕົວໃນການເຊັນສັນຍາກັບ ເບລລິງແຮມ ແລ້ວ ຫລັງພວກເຂົາເບິ່ງວ່າ ຕ້ອງສ້າງທີມໃຫມ່ດ້ວຍການເສີມນັກເຕະຫລາຍຄົນ.
ຂະນະທີ່ ຄລອບ ໄດ້ປ່ຽນແປງແຜນການເສີມທີມໃນໄລຍະຕະຫລາດໜ້າຮ້ອນນີ້ໃຫມ່ເປັນທີ່ຮຽບຮ້ອຍ ໂດຍບໍ່ມີ ເບລລິງແຮມ ມາກ່ຽວຂ້ອງ ແລະ ລີເວີພູລ ໄດ້ມີການເລັງເປົ້າຫມາຍອື່ນໆ ໃນຕຳແໜ່ງກອງກາງໂດຍມີຊື່ ເມສັນ ເມົາ ແລະ ຄໍເນີ ກັລລາເກີ ຈາກ ເຊລຊີ, ມອຍເຊສ ໄກເຊໂດ ຈາກ ໄບຣຕັນ, ໄຣອັນ ກຣາເຟນເບີກ ຈາກ ບາເຢິນ ມິວນິກ ແລະ ມາເຕອຸສ ນູເນສ ຈາກ ວູບແຮມຕັນ.
ສ່ວນ The Times ສື່ອັງກິດອີກສຳນັກລະບຸໃນທິດທາງດຽວກັນວ່າ ລີເວີພູລ ໄດ້ຫລຸດຄວາມສົນໃຈໃນຕົວ ເບລລິງແຮມ ລົງ ຫລັງພວກເຂົາບໍ່ສາມາໃຊ້ເງິນເກີນ 100 ລ້ານປອນ ໄປກັບນັກເຕະຄົນໃດຄົນຫນຶ່ງໄດ້ ແລະ ຕອນນີ້ພວມເລັງໄປທີ່ກອງກາງທີ່ມີລາຄາຖູກກວ່າ.

