ຄຣອບຟອດ ປິດບັນຊີ ພອດເຕີ ຍົກ 10 ປ້ອງກັນແຊ໊ມ ອົງການມວຍໂລກ ຄອງສະຖິຕິບໍ່ເສຍຕໍ່ໄປ



ການແຂ່ງຂັນຊົກມວຍ ຊີງແຊ໊ມໂລກ ຮຸ່ນເວລເຕີເວດ ຂອງອົງການມວຍໂລກ (WBO) ຢູ່ສັງວຽນ ມັນດາເລ ເບ ຣີສອດ ຄາຊີໂນ, ລາສ ເວກັສ, ປະເທດສະຫລັດອາເມລິກາ ໃນເຊົ້າວັນອາທິດທີ 21 ພະຈິກຜ່ານມາ.
ເທີເຣນ ຄຣອບຟອດ ແຊ໊ມໂລກຊາວອາເມລິກາ ເຈົ້າຂອງສະຖິຕິບໍ່ເຄີຍເສຍ ຊະນະລວດ 37 ຄັ້ງ ຂຶ້ນປ້ອງກັນແຊ໊ມຕຳແຫນ່ງຄັ້ງທີ 5 ກັບ ຊອນ ພອດເຕີ ນັກຊົກຫມູ່ຮ່ວມຊາດ ເຈົ້າຂອງສະຖິຕິຊະນະ 31 ເສຍ 3 ສະເຫມີ 1 ຄັ້ງ.
ເປີດສາກໃນຕົ້ນຍົກ ພອດເຕີ ຜູ້ທ້າຊີງອອກມາແລກຫມັດຫນັກໆໃສ່ທັນ ເຮັດໃຫ້ ຄຣອບຟອດ ຈົນຕັ້ງໂຕບໍ່ທັນ ຕ້ອງອາໄສການກອດເພື່ອຢຸດການໂຈມຕີ.
ເຂົ້າສູ່ຍົກ 6 ຄຣອບຟອດ ເລີ່ມຈັບຈັງຫວະໄດ້ການຍ່າງລຸຍແບບບ້າເລືອດຂອງຜູ້ທ້າຊີງໄດ້ແລ້ວ ອາໄສຫມັດດັກສວນຫນັກໆໄດ້ຫລາຍຄັ້ງ ແຕ່ ພອດເຕີ ທີ່ວາງແຜນມາເດີນສູ້ກໍຍັງຄົງເດີນອອກຫມັດໂຈມຕີແບບບໍ່ມີຢ້ານ.
ການຊົກເປັນໄປຢ່າງດຸເດືອດ ທັງຄູອອກອາວຸດແລກຫມັດກັນແບບໃຜດີໃຜຢູ່ ກ່ອນເຂົ້າສູ່ຍົກທີ 10 ພອດເຕີ ທີ່ເດີນເກມແບບລຸຍໆ ຖືກສວນຫມັດຊ້າຍຂອງ ຄຣອບຟອດ ເຂົ້າປາຍຄາງ ລົງໄປນອນໃຫ້ກຳມະການນັກເຖິງ 8 ກ່ອນລຸກຂຶ້ນມາສູ້ຕໍ່ໄດ້.
ແນວໃດກໍຕາມ ຄຣອບຟອດ ບໍ່ປ່ອຍໃຫ້ໂອກາດສຳຄັນເສຍໄປ ບຸກໄລ່ອອກຫມັດຊຸດ ສົ່ງຄູ່ແຂ່ງລົງໄປນອນກັບກັບອີກເທື່ອຫນຶ່ງ. ເຮັດໃຫ້ ພອດເຕີ ອອກອາການບໍ່ພໍໃຈ ແລະ ພະຍາດຈະລຸກຂຶ້ນມາສູ້ຕໍ່ ແຕ່ ພໍ່ຂອງລາວ ແລະ ຄູຝຶກຂອງລາວຕັດສິນໃຈໂບກຜ້າຂາວຂໍຍອມເສຍໄປໃນທີ່ສຸດ.
ເຮັດໃຫ້ ເທີເຣນ ຄຣອບຟອດ ປ້ອງກັນແຊ໊ມໂລກ ຮຸ່ນ ເວລເຕີເວດ ຂອງອົງການມວຍໂລກ ຫລື WBO ໄວ້ໄດ້ເປັນສະຫມັດທີ 5 ພ້ອມທັງຍັງຮັດສາສະຖິຕິບໍ່ເຄີຍເສຍຕໍ່ໄປ ດ້ວຍການຊະນະລວດ 38 ຄັ້ງຕິດຕໍ່ກັນ.

