ລີເວີພູລ ຕັດສິນອະນາຄົດ ມິລເນີ ແລ້ວ ຫລັງຈະຫມົດສັນຍາລະດູການນີ້

ລີເວີພູລ ຍອດທີມໃນອັງກິດ ຕົກເປັນຂ່າວ ໄດ້ທຳການຕັດສິນອະນາຄົດຂອງ ເຈມ ມິລເນີ ນັກເຕະປະສົບການຫລາຍ ລະດູການນີ້.

ລີເວີພູລ ທີມດັງແຫ່ງ ພຣີເມຍລີກ  ອັງກິດ ພາຍໃຕ້ການນຳທີມຂອງ ເຈີເກັນ ຄລອບ ຜູ້ຈັດການທີມຊາວເຢຍລະມັນ ຕົກເປັນຂ່າວ ໄດ້ທຳການຕັດສິນອະນາຄົດຂອງ ເຈມ ມິລເນີ ນັກເຕະສາລະພັດປະໂຫຍດຊາວອັງກິດ ເປັນທີ່ຮຽບຮ້ອຍແລ້ວ ແລ້ວຈາກທີ່ຫມົດສັນຍາຫລັງຈົບລະການ 2022-23 ນີ້.

ເປັນທີ່ເຂົ້າໃຈກັນວ່າ ເຈມ ມິລເນີ ຍ້າຍຈາກ ແມນເຊສເຕີ ຊິຕີ ມາສູ່ຊາຍຄາແອນຟິວ ເມື່ອລະດູການປີ 2015 ເຊິ່ງລາວຖືວ່າມີສ່ວນເປັນຢ່າງຫລາຍໃນທີມຂອງ ເຈີເກັນ ຄລອບ ເຊິ່ງນອກຈາກຈະມີປະສົບການສູງແລ້ວ ຍັງມີຄວາມສາລະພັດປະໂຫຍດທີ່ສາມາດລົງຫລິ້ນໄດ້ຫລາກຫລາຍຕຳແໜ່ງນຳອີກ.