ທ່ານ ວິກຣົມ ກົມດິດ ຍົກຊັບສິນ 20 ຕື້ບາດ (ປະມານ 10 ພັນຕື້ກີບ) ເພຶື່ອສາທາລະນະ ປະໂຫຍດ ໃນວັນເກີດຄົບຮອບ 70 ປີ

ທ່ານ ວິກຣົມ ກົມດິດ ເສດຖີອັນດັບຕົ້ນໆຂອງໄທ ເຮັດພິໄນກຳ ຍົກຊັບສິນ 20 ຕື້ບາດ (ປະມານ 10 ພັນຕື້ກີບ) ເພຶື່ອສາທາລະນະປະໂຫຍດ ໃນວັນເກີດຄົບຮອບ 70 ປີ

ສຳນັກຂ່າວໄທລາຍງານ ວັນທີ 17 ມີນາ 2023 ນີ້ວ່າ: ທ່ານ ວິກົຣົມ ກົມດິດ ປະທານເຈົ້າໜ້າທີ່ບໍລິຫານ ແລະ ປະທານກຳມະການ ບໍລິສັດ ອະມະຕະ ແລະ ປະທານ ມູນນິທິ ອະມະຕະ ເຮັດພິໄນກຳ ປະກາດຍົກຊັບສິນ 20 ຕື້ບາດ (ປະມານ 10 ພັນຕື້ກີບ) ໃຫ້ກັບມູນນິທິອະມະຕະ ເພື່ອປະໂຫຍດສາທາລະນະ ໃນໂອກາດຄົບຮອບ 70 ປີ.

ທ່ານ ວິກົຣົມ ກົມດິດ ຕໍ່ສື່ມວນຊົນໄທວ່າ: ໃນໂອກາດຄົບຮອບວັນຄ້າຍວັນເກີດປີທີ 70 ຖືວ່າເປັນວາລະສຳຄັນຂອງການວາງແຜນຊີວິດ ເພື່ອສົ່ງຕໍ່ຄວາມໝັ້ນຄົງຕໍ່ການດຳເນີນງານຂອງມູນນິທິ ຈຶ່ງເຮັດພິໄນກຳມອບຊັບສິນສ່ວນຕົວໃນກັບມູນນິທິ 95% ຂອງຊັບສິນທັງໝົດ ເປັນເງິນຈຳນວນ 20 ຕື້ບາດ ເພື່ອໃຫ້ເປັນສາທາລະນະປະໂຫຍດຕາມຈຸດປະສົງຂອງການກໍ່ຕັ້ງ ບໍລິສັດ ແລະ ມູນນິທິ ອັນຈະນຳໄປສູ່ໜຶ່ງໃນກົນໄກການຍົກລະດັບຄຸນນະພາບສັງຄົມ ສິ່ງແວດລ້ອມ ແລະ ເສດຖະກິດ.

ການເຮັດພິໄນກຳມອບຊັບສິນໃນຄັ້ງນີ້ ຖືເປັນຄວາມຕ້ັງໃຈຫລັງຈາກທີ່ໄດ້ຮຽນຮູ້ ຝຶກຝົນຊີວິດກັບວິກິດຕ່າງໆ ຈົນຂັບເຄື່ອນໃຫ້ທຸລະກິດປະສົບຄວາມສຳເລັດໃນການພັດທະນານິຄົມອຸດສາຫະກຳໃຫ້ເປັນເມືອງນະວັດນະກຳເຕັກໂນໂລຊີ ແລະ ສິ່ງແວດລ້ອມທີ່ຢັ້ງຢືນ ດ້ວຍແນວຄິດທີ່ວ່າ: ເຮົາເກີດມາຈາກສູນ ແລະ ຈາກໄປເປັນສູນ ລະຫວ່າງສູນທີ່ເຮົາຄວນສ້າງສັນສິ່ງທີ່ມີປະໂຫຍດ ແລະ ຄຸນຄ່າຝາກໄວ້ໃຫ້ກັບສັງຄົມໃນໄລຍະຍາວຕະຫລອດໄປ.

ໜຶ່ງໃນໂຄງການຂອງທ່ານ ວິກຣົມ ກົມດິດ ທີ່ໄດ້ຮັບອະນຸຍາດສໍາປະທານການລົງທຶນ ຢູ່ ສປປ ລາວ ແມ່ນໂຄງການພັດທະນາເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ  ຕັ້ງຢູ່ບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫລວງນໍ້າທາ ຈາກລັດຖະບານແຫ່ງ ສປປ ລາວ ເພື່ອລົງທຶນສ້າງເປັນເຂດອຸດສາຫະກຳສະອາດ ເປັນມິດຕໍ່ສິ່ງແວດລ້ອມ ໂດຍມີເນື້ອທີ່ດິນສໍາປະທານທັງໝົດ 410 ເຮັກຕາ, ມີອາຍຸສຳປະທານ 50 ປີ ມູນຄ່າການລົງທຶນ 70 ລ້ານໂດລາສະຫະລັດ, ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່ (Mega Project) ອີກໂຄງການໜຶ່ງໃນ ສປປ ລາວ, ໂຄງການນີ້ຈະສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ກໍຄື ແຂວງຫລວງນໍ້າທາ ແລະ ແຂວງໃກ້ຄຽງໂດຍໝູນໃຊ້ທ່າແຮງທາງດ້ານຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ທີ່ຕັ້ງທາງພູມມີສາດອັນເໝາະສົມຂອງ ສປປ ລາວ ໃນການເຊື່ອມຈອດທາງດ້ານຄົມນະນາຄົມຂົນສົ່ງ ກັບບັນດາປະເທດພາກພື້ນ ແລະ ສາກົນ ໂດຍສະເພາະການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດທະນາໂຄງການຕ່າງໆ ຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ແລວທາງເສດຖະກິດເໜືອ-ໃຕ້ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ຂະຫຍາຍ ຕົວ ແລະ ຈະເລີນເຕີບໂຕຢ່າງໜັ້ນຍືນ.