ວັນທີ 6 ມີນາ 2023 ນີ້, ສະມາຊິກສະພາແຫ່ງຊາດ(ສສຊ)ປະຈຳເຂດເລືອກຕັ້ງທີ1 ນະຄອນຫລວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ(ສສນວ) ນຳໂດຍທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດຊຸດທີIX ໃຫ້ນາຍແລະພົນຕຳຫລວດຢູ່ປກສນະຄອນຫລວງວຽງຈັນ ມີຜູ້ເຂົ້າຮ່ວມທັງໝົດ 200 ກວ່າທ່ານເຂົ້າຮ່ວມ.
ພາຍຫລັງທີ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງປກສນະຄອນຫລວງແລ້ວ, ບັນດາທ່ານສສຊແລະສສນວໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດຊຸດທີIX ແລະ ກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີII. ຈາກນັ້ນ, ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມຕໍ່ນາຍ ແລະ ພົນຕຳຫລວດວ່າ: ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານກໍຄືຜົນສຳເລັດທີ່ກຳລັງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນຍາດມາໄດ້ໃນໄລຍະຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນມີພາລະໜ້າທີ່ອັນໃຫຍ່ຫລວງ, ສຳຄັນແລະໜັກໜ່ວງທີ່ສຸດເພື່ອຮັບປະກັນເຮັດໃຫ້ປະເທດຊາດອັນແສນຮັກມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງສິ່ງເອື້ອອຳນວຍເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ດຳເນີນໄປຖືກຕາມທິດ ແລະ ຈຸດໝາຍທີ່ມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ5ປີ ຄັ້ງທີIX ວາງອອກດ້ວຍຜົນສຳເລັດ; ທ່ານປະທານສະພາແຫ່ງຊາດຍັງໄດ້ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ຈົ່ງເພີ່ມທະວີບົດບາດການນໍາພາຂອງພັກເຂົ້າໃນການເຄື່ອນໄຫວວຽກງານຂອງກໍາລັງປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທິພາບ ແລະ ປະສິດທິຜົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ.
ຄະນະພັກ, ຄະນະກອງບັນຊາການຕ້ອງໄດ້ເອົາໃຈໃສ່ການນໍາພາວຽກງານແຕ່ລະດ້ານຢ່າງໃກ້ຊິດໂດຍສະເພາະການດໍາເນີນຄະດີອາຍາ, ການສືບສວນ-ສອບສວນ, ການນໍາໃຊ້ມາດຕະການສະກັດກັ້ນເຊັ່ນ: ການກັກຕົວ, ການຈັບຕົວ, ການຢຶດຊັບ, ການປັບໃໝໃຫ້ຮັບປະກັນຄວາມໂປ່ງໃສ, ຍຸຕິທໍາຕາມກົດໝາຍຢ່າງເຂັ້ມງວດຈຶ່ງຈະເຮັດໃຫ້ສັງຄົມຍອມຮັບ ແລະ ເປັນຕໍາຫລວດຂອງປະຊາຊົນຢ່າງແທ້ຈິງ;
ນາຍແລະພົນຕໍາຫລວດ ຈະຕ້ອງໄດ້ຮັບການນໍາພາ, ສຶກສາອົບຮົມບົ່ມເພາະຈາກຄະນະພັກ, ຄະນະກອງບັນຊາການຢ່າງໃກ້ຊິດ, ເຖິງຖອງ, ຝຶກຝົນຫຼໍ່ຫຼອມໃຫ້ເປັນຜູ້ຈົງຮັກພັກດີ, ຮັບໃຊ້ປະຊາຊົນ, ປະເທດຊາດດ້ວຍຄວາມບໍລິສຸດຜ່ອງໃສ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ;
ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕ້ອງຢູ່ບົນຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດຊາດ;
ແກ້ໄຂທັດສະນະ, ແນວຄິດຂີ້ຄ້ານມັກງ່າຍ, ບໍ່ຢາກຄົ້ນຄວ້າຮໍ່າຮຽນ, ຕ້ານ, ສະກັດກັ້ນແລະກໍາຈັດປັດເປົ່າພະຍາດອາດຍາສິດ, ເອກະຊົນ, ກົນຈັກຂອງຖັນແຖວກໍາລັງປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ;
ກໍາລັງປ້ອງກັນຄວາມສະຫງົບຕ້ອງມີຄວາມເປັນເອກະພາບສູງຕໍ່ແນວ ທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນ, ການປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບຕ້ອງອີງໃສ່ກົດໝາຍຢ່າງເຂັ້ມງວດແລະເດັດຂາດຈຶ່ງຈະເຮັດໃຫ້ມີຄວາມໂປ່ງໃສ, ເປັນທໍາແລະໄດ້ຮັບຄວາມຊົມເຊີຍຈາກປະຊາຊົນ, ສັງຄົມຢ່າງກວ້າງຂວາງ; ນາຍແລະພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນຕ້ອງສືບຕໍ່ຝຶກຝົນຄວາມມີລະບຽບວິໄນໃຫ້ເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນ. ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແລະບັນຫາຢາເສບຕິດໄດ້ແຜ່ລະບາດເຮັດໃຫ້ປະກົດການຫຍໍ້ທໍ້ໃນສັງຄົມມີທ່າອ່ຽງເພີ່ມຂຶ້ນ.
ສະນັ້ນ, ມີຄວາມຈຳເປັນຕ້ອງໄດ້ພັດທະນາກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາໃຫ້ເຂັ້ມແຂງ, ມີແບບແຜນແລະທັນສະໄໝເປັນກ້າວໆ. ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການຊ່ວຍເຫຼືອປະຊາຊົນ, ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ, ຮັບໃຊ້ປະຊາຊົນຢ່າງບໍ່ມີເງື່ອນໄຂຄືດັ່ງທີ່ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບໄດ້ກໍານົດໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບໃນການກຽມພ້ອມສູ້ຮົບ, ສູ້ຮົບພິລະອາດຫານ, ຍອມເສຍສະຫລະຊີວິດເພື່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຖືເອົາຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ. ສືບຕໍ່ໃຫ້ຄວາມສຳຄັນກັບການພົວພັນທີ່ມີມູນເຊື້ອກັບກຳລັງປ້ອງກັນຄວາມສະຫງົບຂອງປະເທດເພື່ອນມິດທັງຢູ່ໃກ້ແລະໄກ ໂດຍສະເພາະເພື່ອນມິດຍຸດທະສາດ, ຮູ້ຍາດແຍ່ງ, ຮູ້ຮໍ່າຮຽນແລະຮູ້ຮັບເອົາການຮ່ວມມືຢ່າງມີການເລືອກເຟັ້ນດ້ວຍສະຕິປັນຍາທີ່ແຫລມຄົມ.
(ຂ່າວ-ພາບ: ສພຊ)