ແຈ້ງ​ເຕືອນ ພາ​ຍຸ​ໝູນ​ເຂດ​ຮ້ອນ ວັນ​​ທີ 9-12 ສິງຫາ 2022 ທົ່ວທຸກພາກຂອງລາວ

ວັນທີ 9 ສິງຫາ 2022 ນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນພາ​ຍຸ​ໝູນ​ເຂດ​ຮ້ອນ ເນື່ອງວ່າຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານເຂດພາກ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸດີເປຣຊັນ ທີ່ຢູ່ເຂດທະເລຈີນໃຕ້ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນ ກາຍເປັນພາຍຸໝູນເຂດຮ້ອນ ຫົວທີ8 ແລະ ຈະເຄື່ອນທີ່ໄປທາງ ພາກເໜືອຂອງປະເທດຫວຽດນາມໃນວັນທີ 9 -10 ສິງຫາ 2022, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ ພັດປົກຄຸມດ້ວຍກຳລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ລົງຫາ ພາກໃຕ້.

ຈາກນັ້ນໃນ ໄລຍະ ວັນທີ່ 11 ຫາ 13 ສິງຫາ 2022 ນີ້. ພາຍຸໝູນເຂດຮ້ອນ ຈະເຄື່ອນເຂົ້າທາງເຂດພາກເໜືອ ຂອງປະເທດລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກາງ.

• ໃນວັນທີ 09 ຫາ 10 ສິງຫາ 2022, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ.

• ໃນວັນທີ 11 ຫາ 13 ສິງຫາ 2022, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ທີ່ຈະເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະວັນທີ 9 ຫາ 13 ສິງຫາ 202 ນີ້.