ບຣາຊິນ ອະນຸມັດການປູກຝັງ-ຈຳໜ່າຍສາລີ ແນວພັນໃໝ່

ສຳນັກ​ຂ່າວ ຣອຍ​ເຕີ, ວັນ​ທີ6​ມີນາ​ນີ້, ບຣາຊິນ ອະນຸມັດ ການປູກຝັງ ແລະ ການຈຳໜ່າຍ ສາລີ ສາຍ​ພັນ​ໃໝ່ ທີ່ຖືກ ດັດແປງ ພັນທຸກໍາ (GMO) ທີ່ທົນທານ ຕໍ່ໄພແຫ້ງແລ້ງ ນັບ​ເປັນ​ ການສົ່ງເສີມ ຄັ້ງສໍາຄັນສໍາລັບ ພືດ ທີ່ເຄີຍ ຖືກຫ້າມເນື່ອງຈາກ ຄວາມ​ເປັນ​ຫ່ວງ ດ້ານການສະໜອງ ອາຫານ ທົ່ວໂລກແລະ ສະພາບ ອາກາດ ແຫ້ງແລ້ງ ໃນພາກພື້ນນີ້. ຫລັງ​ຈາກ ໜ່ວຍ​ງານ ​ຄວາມ​ປອດ​ໄພ ​ຊີ​ວະ​ພາບ​(CNT Bio) ກ່າວວ່າ: ການອະນຸມັດ ດັ່ງກ່າວ ເຮັດໃຫ້ ບຣາຊິນ ກາຍເປັນ ປະເທດ ທີ2 ຫລັງຈາກ ອາກຊັງ​ຕິນ ຊຶ່ງອະນຸມັດ ​ໃຫ້​ມີການປູກສາລີ HB4 ຂອງບໍລິສັດ Bioceres. ຂະນະທີ່ ຕະ ຫລາດອື່ນໆ ອະນຸຍາດ ສະ​ເພາະ ການບໍລິໂພກ ພືດຊະນິດນີ້.ສຳລັບ ສາລີ​ ສາຍ​ພັນ​ໃໝ່​ນີ້ ບໍ່​ເຄີຍ​ມີ ​ການ​ປູກ​ຝັງ ​ມາ​ກ່ອນ ​ເພື່ອ​ວັດຖຸ​ປະສົງ ​ທາງ​ການ​ຄ້າ ​ເນື່ອງ​ຈາກ ​ຄວາມ​ເປັນ​ຫ່ວງ​ ຂອງ​ຜູ້​ບໍລິ​ໂພ​ກ ກ່ຽວ​ກັບ ​ສານ​ກໍ່​ໃຫ້​ເກີດ​ ພູມ​ແ​ພ້ ຫລື ຄວາມ​ເປັນ​ພິດ ​ໃນ​ພືດ​ຫລັກ ​ທີ່​ໃຊ້​ ໃນ​ການ​ເຮັດ ​ເຂົ້າໜົມປັງ, ພາສຕ້າ ​ແລະ ​ເຂົ້າໜົມອົບ ທົ່ວ​ໂລກ.

ພາບຂ່າວ: ຂປລ