ຟີຟາ ເລີ່ມສອບສວນ ອັລລີ ກໍລະນີຊູນິ້ວກາງໃນເກມຄັດບານໂລກກັບ ສະໂລເວຍເກຍ

ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ເປີດເຜີຍວ່າກຳ ລັງກວດສອບເຫດການ ເດເລ ອັລລີ ກອງກາງຄົນດັງຂອງ ທີມຊາດອັງກິດ ກໍລະນີຊູນິ້ວ ກາງໃຫ້ ເຄລມ໊ອງ ຕູແປ໊ງ ຜູ້ຕັດສິນລະຫວ່າງເກມບານ ໂລກ 2018 ຮອບຄັດເລືອກ ເຂດເອີຣົບ ກຸ່ມ F ທີ່ເປີດສະ ໜາມ ເວມບລີ ຊະນະ ສະໂລ ວາເກຍ 2-1 ໃນວັນຈັນ 04 ກັນຍາຜ່ານມາ.
ອັລລີ ຖືກຈັບພາບໄດ້ວ່າ ເຮັດທ່າທາງດັ່ງກ່າວໃສ່ ຕູ ແປ໊ງ ເນື່ອງຈາກບໍ່ພໍໃຈທີ່ບໍ່ເປົ່າ ໃຫ້ ອັງກິດ ໄດ້ລູກຟຣີຄຣິກ ຈາກຈັງຫວະທີ່ ມາຕິນ ສະເຄີ ເທລ ກອງຫຼັງ ສະໂລວາເກຍ ເບິ່ງຄືວ່າຈະເຮັດຟາວ ແນວ ໃດກໍຕາມ ອັລລີ ຊີ້ແຈງຫຼັງຈົບ ເກມວ່າລາວເອງຊູນິ້ວກາງໃຫ້ ໄຄ ວອລເກີ ໝູ່ຮ່ວມທີມ ບໍ່ ແມ່ນຜູ້ຕັດສິນແຕ່ຢ່າງໃດ.
ແນວໃດກໍຕາມ ຫຼ້າສຸດ ຟີຟາ ເລີ່ມຕົ້ນສອບສວນເຫດ ການດັ່ງກ່າວແລ້ວ ຂະນະທີ່ ຫົວໜ້າຂອງອົງການບານເຕະໂລກເຜີຍວ່າ: ເຮົາກຳລັງລວບ ລວມພະຍານຫຼັກຖານ ແລະ ບໍ່ສາມາດສະແດງຄວາມຄິດ ເຫັນໄດ້ຂັ້ນຕອນນີ້.

