ບໍ່ສົນໃຈເລື່ອງອະດີດ ເຟເນບາເຊ ກຽມທາບທາມຄວ້າ ເມສັນ ກຣີນວູດ ເສີມເກມບຸກ

ສື່ລາຍງານວ່າ ເຟເນບາເຊ ໄດ້ຕິດຕໍ່ໄປຫາ ແມນເຊສເຕີ ຢູໄນເຕັດ ເພື່ອສອບຖາມຄວາມເປັນໄປໄດ້ໃນການເຊັນສັນຍາກັບ ເມສັນ ກຣີນວູດ ມາເສີມທີມ.
ໂດຍ ກຣີນວູດ ຫລຸດພົ້ນຈາກ 3 ຄະດີ ປະກອບດ້ວຍ ພະຍາຍາມຂົ່ມຂືນ, ກັກຂັງຖ່ວງດຶງ ແລະ ທຳຮ້າຍຮ່າງກາຍອະດີດຄົນຮັກ ທີ່ເຮັດໃຫ້ລາວຖືກຄວບຄຸມຕັ້ງແຕ່ເດືອນ ມັງກອນ 2022.
ຈາກເລື່ອງດັ່ງກ່າວເຮັດໃຫ້ດາວເຕະອາຍຸ 21 ປີ ກັບມາມີຊື່ໃນເວັບໄຊຂອງ ແມນເຊສເຕີ ຢູໄນເຕັດ ອີກເທື່ອຫນຶ່ງ ແຕ່ກໍຍັງບໍ່ມີການ ຕັດສິນໃຈວ່າລາວຈະໄດ້ກັບມາລົງສະໜາມຊ່ວຍທີມຫລືບໍ່ ທ່າມກາງກະແສຕໍ່ຕ້ານຈາກທັງທີມຍິງ ລວມເຖິງແຟນບານບາງສ່ວນ.
ຫລ້າສຸດ Photosport ສື່ກິລາຂອງຕວກກີ ລະບຸວ່າ ເຟເນບາເຊ ຕ້ອງການດຶງ ກຣີນວູດ ມາເສີມທີມໂດຍບໍ່ສົນໃຈວ່າຈະຖືກວິຈານ ຫລືບໍ່ ພ້ອມໄດ້ຕິດຕໍ່ໄປຫາ ແມນເຊສເຕີ ຢູໄນເຕັດ ເຖິງຄວາມເປັນໄປໄດ້ໃນການເຊັນສັນຍາແລ້ວ.
ຂະນະທີ່ Daily mail ສື່ໃນອັງກິດລະບຸວ່າ ກຣີນວູດ ໜ້າຈະຍັງບໍ່ໄດ້ກັບມາລົງສະໜາມໃນລະດູການນີ້ ຫລັງສະໂມສອນຍັງຄົງຢູ່ລະ ຫວ່າງການເດີນໜ້າສອບສວນພາຍໃນກໍລະນີທີ່ລາວເຄີຍຕົກເປັນຕ້ອງຫາຄະດີທຳຮ້າຍ ແລະ ພະຍາຍາມຂ່ົມຂື່ມອະດີດຄົນຮັກ ເຊິ່ງຄາດວ່າໜ້າຈະໃຊ້ເວລາອີກດົນຫລາຍເດືອນ.

