ສ.ເກົາຫລີ ເລີ່ມປິດໂຮງງານຂ້າໝາ ໃຫຍ່ທີ່ສຸດຂອງປະເທດແລ້ວ

ສ.ເກົາຫລີ ເລີ່ມປິດໂຮງງານຂ້າໝາໃຫຍ່ທີ່ສຸດຂອງປະເທດແລ້ວໃນວັນທີ 22 ພະຈິກນີ້ ຕາມທີ່ຖືກກຸ່ມສິດທິສັດຊຸກຍູ້ໃຫ້ຢຸດທຳນຽມການບໍລິໂພກຊີ້ນໝາທີ່ມີມາດົນນານ.
ທາງການເມືອງຊອງນຳ ເມືອງໃຫຍ່ອັນດັບສອງຢູ່ແຂວງຄາຢອງກີ ແລະ ເມືອງບໍລິວານທາງຕາເວັນອອກສຽງໃຕ້ຂອງນະຄອນຫລວງເຊອຸນ ແຈ້ງວ່າ: ໂຮງງານຂ້າໝາແທພາຢອງດົງ ແຫລ່ງສົ່ງຊີ້ນໝາລາຍໃຫຍ່ຂອງປະເທດເລີ່ມທະຍອຍປິດໂຮງຂ້າທີ່ມີຢູ່ທັງໝົດ 6 ແຫ່ງແລ້ວໃນວັນທີ 22 ພະຈິກນີ້ ຄາດວ່າຕ້ອງໃຊ້ເວລາ 2 ວັນຈຶ່ງຈະຮຽບຮ້ອຍ ແລ້ວຈະປ່ຽນໃຫ້ເປັນສວນສາທາລະນະຕໍ່ໄປ.
ກຸ່ມສິດທິກ່າວຫາໂຮງຂ້າໝາແຫ່ງນີ້ວ່າປະຕິບັດຕໍ່ໝາບໍ່ດີ ແລະ ຂ້າພວກມັນຢ່າງທາລຸນ ດ້ວຍການຊ໊ອດໄຟຟ້າແລ້ວຂ້າຕໍ່ໜ້າໝາໂຕອື່ນໆທີ່ຖືກຂັງຢູ່ຄອກ. ສະມາຄົມມະນຸດທຳມະສາກົນອາເມລິກາອ້າງວ່າ: ພົບອຸປະກອນຊ໊ອດໄຟຟ້າ ແລະ ກອງໝາຖືກຖິ້ມໄວ້ໃນໂຮງຂ້າຕອນທີ່ເຂົ້າໄປກວດໃນວັນທີ 22 ພະຈິກ. ສ່ວນກຸ່ມສະໜັບສະໜູນສິດທິສັດເກົາຫລີໂພສວ່າ: ການປິດໂຮງຂ້າໝາແທພາຢອງດົງຖືເປັນໄລຍະເວລາປະຫວັດສາດ ເພາະຈະເປີດທາງໄປສູ່ການປິດໂຮງຂ້າໝາອື່ນໆທົ່ວປະເທດ ເລັ່ງໃຫ້ອຸດສາຫະກຳບໍລິໂພກຊີ້ນໝາເສື່ອມຄວາມນິຍົມລົງ.
ສ.ເກົາຫລີ ມີການບໍລິໂພກຊີ້ນໝາປີລະ 1 ລ້ານໂຕ ເພາະເຊື່ອວ່າເປັນອາຫານບຳລຸງກຳລັງ, ແຕ່ທຳນຽມນີ້ຖືກຕ່າງປະເທດຕຳໜິ. ຂະນະທີ່ຄົນພາຍໃນປະເທດເລີ່ມຍອມຮັບຫລາຍຂຶ້ນວ່າ: ໝາເປັນສັດລ້ຽງຫລາຍກວ່າສັດສຳລັບບໍລິໂພກ, ໄວໜຸ່ມຮຸ່ນໃໝ່ລ້ວນບໍ່ບໍລິໂພກຊີ້ນໝາ. ຜົນສຳຫລວດປີກ່ອນພົບວ່າ: ຊາວ ສ.ເກົາຫລີ 70% ບໍ່ບໍລິໂພກຊີ້ນໝາ, ແຕ່ມີພຽງ 40% ທີ່ເຫັນວ່າຄວນຫ້າມບໍລິໂພກ ແລະ 65% ເຫັນວ່າຄວນລ້ຽງ ແລະ ຂ້າໝາໃຫ້ມີມະນຸດສະທຳຫລາຍກວ່າປັດຈຸບັນ.

