ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ເຊື່ອມຊຶມຜັນຂະຫຍາຍເນື້ອໃນເອກະສານທີ່ສຳຄັນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ວັນທີ 22 ກຸມພາ 2023 ນີ້ ບັນດາສະມາຊິກພັກ ແລະ ພະນັກງານຫລັກແຫລ່ງ ທົ່ວກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ເຊື່ອມຊຶມຜັນຂະຫຍາຍເນື້ອໃນເອກະສານທີ່ສຳຄັນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໂດຍການປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຖະແຫລງຂ່າວ  ວັດທະນະທຳ ແລະ ທ່ອງທ່ຽວ.  ເພື່ອເພີ່ມທະວີ ແລະ ຍົກສູງດ້ານວຽກງານການເມືອງ-ແນວຄິດ ປະກອບສ່ວນສ້າງຄວາມເປັນເອກະພາບດ້ານແນວຄິດ ແລະ ການກະທໍາ, ຄວາມເຊື່ອໝັ້ນ ແລະ ນໍ້າໃຈຟົດຟື້ນປະຕິວັດ ຂອງພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ໃຫ້ເປັນກຳລັງແຮງສັງລວມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວສູ່ຈຸດໝາຍສັງຄົມນິຍົມ. ເຊິ່ງ ເອກະສານທີ່ນຳມາຜັນຂະຫຍາຍໃນຄັ້ງນີ້ປະກອບມີ ບົດຄໍາເຫັນຊີ້ນໍາ ແລະ ກ່າວປິດກອງປະຊຸມວຽກງານການເມືອງ -ແນວຄິດທົ່ວປະເທດ ຄັ້ງທີ V ຂອງສະຫາຍ ທອງລຸນ ສີສຸລິດ; ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ບົດສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2003-2022 ແລະ ທິດທາງຮອດປີ 2025, ເອກະສານຜັນຂະຫຍາຍມະຕິວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ເຂົ້າໃນຊີວິດສັງຄົມຕົວຈິງ ແລະ ເອກະສານສຳຄັນອີກຈຳນວນໜຶ່ງ.

ສະຫາຍ ນາງ ສວນສະຫວັນ ວິຍະເກດ ເນັ້ນໃຫ້ ບັນດາຄະນະພັກຄະນະນຳກະຊວງ ຖວທ ຕ້ອງກຳໃຫ້ໄດ້ແຕ່ລະຄາດໝາຍທີ່ໄດ້ສະເໜີໄປນັ້ນ ເຊິ່ງໄດ້ສັງລວມມີຢູ່ 3 ຄາດໝາຍໃຫຍ່, 4 ທິດທາງລວມ, 7 ໜ້າທີ່ຈຸດສຸມລວມໃນຕໍ່ໜ້າ ແລະ ມີ 5 ມາດຕະການຈັດຕັ້ງປະຕິບັດເພື່ອໃຫ້ບັນດາສະຫາຍລົງເລິກນຳເອົາບັນດາຄາດໝາຍ ແລະ ທິດທາງລວມໜ້າທີ່ຈຸດສຸມ ໄປຄົ້ນຄວ້າ ແລະ ເຜີຍແຜ່ຢູ່ໃນບັນດາກົມກອງທີ່ບັນດາສະຫາຍຮັບຜິດຊອບ ຕ້ອງໃຫ້ກຳໄດ້ ແລະ ໃຫ້ເລິກເຊິ່ງແທ້ໆ ເພາະວ່າ ຄັນແນວຄິດໂລ່ງ ການເຮັດວຽກເຖິງຊິຫຍຸ້ງຍາກປານໃດກໍສຳເລັດ, ແຕ່ຖ້າແນວຄິດບໍ່ໂລ່ງ ວຽກງ່າຍກໍກາຍເປັນຍາກ ແລະ ບໍ່ສາມາດເຮັດສຳເລັດໄດ້ ເຊິ່ງບັນດາສະຫາຍທີ່ເຮັດວຽກຕົວຈິງ ໃນໄລຍະຜ່ານມາ ບໍ່ສະເພາະແຕ່ວຽກງານລວມທັງໃນການດຳລົງຊີວິດສ່ວນຕົວນຳ. ເນື່ອງຈາກວ່າ ວຽກແນວຄິດ ເປັນສິ່ງຕັດສິນໃນການຈັດຕັ້ງປະຕິບັດວຽກງານຂອງພວກເຮົາ.

ພ້ອມນີ້ກໍໄດ້ສະເໜີບັນດາຜູ້ແທນກອງປະຊຸມໄດ້ຮັບຊາບກ່ຽວກັບຄຳເຫັນຊີ້ນຳຂອງສະຫາຍເລາຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ຕໍ່ກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດຄັ້ງທີ V ໂດຍສະຫາຍເລາຂາທິການໃຫຍ່ ໄດ້ຕີລາຄາວ່າ: ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ທີ່ບັນດາສະຫາຍຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ມີຄຳຄິດເຫັນຢ່າງກົງໄປກົງມາ ແລະ ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ,ຫລາຍບັນທີ່ຕັ້ງຂຶ້ນໄດ້ຮັບການຊີ້ແຈງ ແລະ ອະທິບາຍຢ່າງຈະແຈ້ງສົມຄວນ ສາມາດຕີລາຄາໄດ້ວ່າກອງປະຊຸມໄດ້ບັນລຸໝາກຜົນທີ່ກຳນົດໄວ້ ແລະ ມີຄວາມເປັນເອກະພາບສູງ. ສຳລັບບັນຫາທິດທາງ, ໜ້າທີ່ ແລະ ວຽກຈຸດສຸມທີ່ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ ເຮັດແນວໃດເພື່ອແນໃສ່ ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງແນວຄິດ ແລະ ທິດສະດີຂອງພັກທີ່ໄດ້ກຳນົດອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ທີ່ໄດ້ຮັບການເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍຢ່າງແຂງໃຫ້ເປັນຮູບປະທຳໃນຕົວຈິງ.