ແຂວງສາລະວັນ ຮັບຮອງແຜນຄຸ້ມຄອງນໍ້າໃຕ້ດິນ 

ວັນທີ 28 ສິງຫາ 2023, ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງສາລະວັນ ຈັດກອງປະຊຸມຮັບຮອງແຜນຄຸ້ມຄອງນໍ້າໃຕ້ດິນ ແລະ ເຊັນຮັບຮອງແຜນຄຸ້ມຄອງນໍ້າໃຕ້ດິນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວຽກງານການຄຸ້ມຄອງນໍ້າໃຕ້ດິນໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ-ເມືອງ, ສ້າງຖ້ານຂໍ້ມູນຂ່າວສານນໍ້າໃຕ້ດິນໃຫ້ເປັນລະບົບຄົບຖ້ວນ ແນໃສ່ຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງນັບມື້ດີຂຶ້ນ, ຟື້ນຟູປົກປັກຮັກສາ ແລະ ພັດທະນາແຫລ່ງນໍ້າໃຕ້ດິນ ໃຫ້ມີຄວາມຍືນຍົງຕາມທິດສີຂຽວ.

ແຂວງສາລະວັນ ເປັນແຂວງ ທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງແຕ່ລະເຂດ ລວມທັງນໍ້າໃຕ້ດິນ ທີ່ເປັນເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ,  ປັດຈຸບັນໄດ້ມີການເພີ່ມຂຶ້ນຂອງພື້ນທີ່ກະສິກຳ, ການຂະຫຍາຍຕົວຂອງປະຊາກອນ ແລະ ການພັດທະນາອຸດສາຫະກຳ, ບໍ່ແຮ່ ທີ່ສົ່ງຜົນໃຫ້ມີການນໍາໃຊ້ນໍ້າໃຕ້ດິນຫລາຍຂຶ້ນ. ໂດຍສະເພາະສະພາບນໍ້າໃຕ້ດິນຂອງແຂວງສາລະວັນ ດ້ານທໍນີລະສາດ ໂດຍອີງໃສ່ສະພາບພູມສັນຖານ, ຊັ້ນອຸທົກທໍລະນີ, ພູມອາກາດ ແລະ ອື່ນໆ  ພົບວ່າຊັ້ນໃຫ້ນໍ້າເຂດນີ້ ແມ່ນປະກອບດ້ວຍຊັ້ນໂພ້ງດິນ-ໂພ້ງຫີນ, ຊັ້ນຫີນອັດແໜ້ນປົນແຮ່ທາດ, ຫີນຟູໄຟ-ຫີິນໜາມໜໍ່, ຊັ້ນຫີນໃນຍຸກຫີນ ແລະ ຊັ້ນດິນຕົມ, ເຊິ່ງລະດັບການໄຫລວຽນຂອງນໍ້າໃຕ້ດິນ ເນື່ອງຈາກບໍ່ມີຂໍ້ມູນການນຳໃຊ້ນໍ້າໃຕ້ດິນ ບໍ່ທັນມີການວັດແທກລະດັບນໍ້າ ເພື່ອປະເມີນທິດທາງການໄຫລຂອງນໍ້າໃຕ້ດິນຊັ້ນຫີນຕ່າງໆ ຈຶ່ງບໍ່ສາມາດປະເມີນທິດທາງການໄຫລຂອງນໍ້າຊັ້ນຫີນອຸ້ມປະເພດນີ້ໄດ້ ແຕ່ຄາດວ່ານໍ້າໃຕ້ດິນຈະໄຫລຕາມລັກສະນະພູມສັນຖານ, ໄຫລຜ່ານຮອຍແຕກ, ໄຫລຜ່ານນໍ້າອອກບໍ່ ແລະ ໄຫລຊຶມເຂົ້າຕີນພູ (ບາງຄັ້ງຮອຍແຕກໃນຫີນ ສາມາດສົ່ງຜົນກະທົບຕໍ່ທິດທາງການໄຫລຂອງນໍ້າໃຕ້ດິນໄດ້).

ການນຳໃຊ້ນໍ້າໃຕ້ດິນໃນປັດຈຸບັນ ມີ 3 ປະເພດຄື: ເພື່ອອຸປະໂພກ-ບໍລິໂພກ, ການກະສິກຳ, ແລະເພື່ອອຸດສາຫະກຳ, ສຳລັບການປະເມີນນໍ້າໃຕ້ດິນ, ສຳລັບການປະເມີນນໍ້າໃຕ້ດິນໃນອານາຄົດ ແມ່ນອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍອີງໃສ່ການເພີ່ມຂຶ້ນຂອງປະຊາກອນ 2%ຕໍ່ປີ ຄື: ປີ 2021-2025 ປະລິມານການນຳໃຊ້ນໍ້າໃຕ້ດິນທີ່ຕ້ອງໃຊ້ໃນຄົວເຮືອນແມ່ນ 51.79 ລ້ານແມັດກ້ອນ ສະເລ່ຍ ແມ່ນ 10.36 ລ້ານແມັດກ້ອນຕໍ່ປີ, ປີ 2026-2030 ປະລິມານການນໍ້ໃຊ້ນໍ້າໃຕ້ດິນໃນຄົວເຮືອນ 57.18 ລ້ານແມັດກ້ອນ ສະເລ່ຍ 11.44 ລ້ານແມັດກ້ອນຕໍ່ປີ.