ກໍ່ເຫດລັກຊັບ ແຕ່ບໍ່ສຳເລັດຍ້ອນເຈົ້າຂອງເຮືອນມາເຫັນ ເລີຍຄາຕະກຳເພື່ອໜີຄວາມຜິດ

ຕາມການລາຍງານຂອງເຈົ້າໜ້າທີ່ຕໍາຫລວດວິຊາສະເພາະໃຫ້ຮູ້ວ່າ: ວັນທີ 16 ກຸມພາ 2023, ໄດ້ເກີດເຫດຄາຕະກຳ ເຊິ່ງຜູ້ກໍ່ເຫດຊື່ ທ້າວ ຈຳນົງ ອາຊີບ ວ່າງງານ ຢູ່ບ້ານ ແກ່ວກວ້າງ ເມືອງວັງວຽງ ແຂວງວຽງຈັນ ເປັນຜູ້ຄາຕະກຳ ທ້າວ ກ (ນາມສົມມຸດ) ອາຍຸ 12 ປີ ອາຊີບ ນັກຮຽນ ຢູ່ບ້ານດຽວກັນ ໃນເບື້ອງຕົ້ນ ເວລາ 8:10 ນາທີ ທ້າວ ຈໍານົງ ແມ່ນຢູ່ເຮືອນກັບແມ່ຕູ້ ແລະ ນ້ອງ 3 ຄົນ ແລ້ວມີພີ່ນ້ອງຂ້າງເຮືອນ ໄດ້ບອກໄປຊ່ວຍຂຸດແປງທໍ່ນ້ຳ ເພາະວ່າຈຸດເກົ່າຈະຈົກໜອງປາ ແລ້ວຜູ້ກ່ຽວໄດ້ເອົານ້ອງສາວຫລ້າໄປນຳ ພໍຂຸດແປງທໍ່ນ້ຳສຳເລັດແລ້ວ ຜູ້ກ່ຽວ ແລະ ນ້ອງສາວຈຶ່ງກັບມາເຮືອນ ເວລາປະມານ 10:40 ນາທີ ໄດ້ພານ້ອງສາວກິນເຂົ້າ ຫລັງຈາກກິນເຂົ້າອີ່ມແລ້ວ ຈຶ່ງໄດ້ນອນຫລິ້ນໂທລະສັບ ຮອດເວລາປະມານ 12:00 ຜູ້ກ່ຽວໄດ້ຍ່າງອອກມາຈາກເຮືອນ ກາຍໜ້າເຮືອນຂອງ ທ້າວ ກ (ຜູ້ຕາຍ) ຫລຽວເບິ່ງເຮືອນແມ່ນອັດຕູໄວ້ ຜູ້ກ່ຽວຄິດວ່າບໍ່ມີຄົນຢູ່ໃນເຮືອນ ຈຶ່ງເກີດມີແນວຄິດຢາກເຂົ້າໄປລັກຊັບ ໄດ້ຍ່າງອ້ອມເຂົ້າທາງຫຼັງ ແລ້ວຈັບເອົາໄມ້ໜ້າ 5×10 ຍາວ ປະມານ 1 ແມັດ ຢູ່ຂ້າງເຮືອນ ໄປອີງໃສ່ເສົາເຮືອນຄົວ ແລ້ວປີນເຂົ້າໄປໃນເຮືອນ ພໍໂດດລົງໄປແລ້ວ ຈື່ງເຫັນຜູ້ຕາຍຢືນຢູ່ ຜູ້ກ່ຽວຈຶ່ງຕົກໃຈ ຜູ້ຕາຍເລີຍເວົ້າວ່າ ເຂົ້າມາເຮັດຫຍັງ ຊິມາລັກເຄື່ອງບໍ ແລ້ວຜູ້ຕາຍກຳລັງຊິແລ່ນໄປບອກພໍ່ ທ້າວ ຈຳນົງ ຢ້ານມີຄວາມຜິດ ຈຶ່ງໄດ້ຈັບເອົາມີດຍາວປະມານ 40 ຊັງຕີແມັດ ຟັນໃສ່ຫົວ ຂອງຜູ້ຕາຍ ເຮັດໃຫ້ຜູ້ຕາຍລົ້ມລົງກັບພື້ນ ຈາກນັ້ນຈຶ່ງຟັນໃສ່ບໍລິເວນໃບໜ້າເບື້ອງຂວາ ແລ້ວຟັນໃສ່ບໍລິເວນໃບໜ້າອີກຫລາຍບາດ  ທ້າວ ຈຳນົງ ຄິດວ່າ ທ້າວ (ກ) ຕາຍແລ້ວ ຈຶ່ງຟ້າວອອກມາຈາກເຮືອນຫລັງດັ່ງກ່າວ ແລ້ວກັບມານອນຫລິ້ນເກມຢູ່ເຮືອນຄືບໍ່ມີຫຍັງເກີດຂຶ້ນ ຈາກນັ້ນອີກປະມານ 40 ນາທີ ພໍ່ຂອງຜູ້ຕາຍພ້ອມເຈົ້າໜ້າທີ່ມາຫາຢູ່ເຮືອນຈຶ່ງຖືກເຈົ້າໜ້າທີ່ກັກຕົວ ມາທຳການສຶບສວນ-ສອບສວນ.

อาจเป็นรูปภาพของ 3 คน และ ผู้คนกำลังนั่ง

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວບອມຮັບສາລະພາບວ່າ: ຕົນເປັນຄົນລົງມືຄາຕະກຳແທ້ ແຮງຈຸງໃຈໃນການຄາຕະກຳຄັ້ງນີ້ຍ້ອນວ່າ ທ້າວ ຈຳນົງ ຈະໄປລັກຊັບຢູ່ເຮືອນຂອງຜູ້ຕາຍ ຜູ້ຕາຍເລີຍເຫັນ ແລ້ວຈະໄປບອກພໍ່ ທ້າວ ຈຳນົງ ຢ້ານໄດ້ເຂົ້າຄຸກຈຶ່ງລົງມືກໍ່ເຫດ ຜ່ານການຊັນນະສູດສະຖານທີ່ເກີດເຫດຕົວຈິງ ເຫັນວ່າຜູ້ຕາຍຖືກຟັນບໍລິເວນໃບໜ້າຈຳນວນ 5 ບາດແຜ, ງ່ອນ 1 ບາດແຜ, ຄໍເບື້ອງຂວາ 2 ບາດແຜ, ກ້ອງຄາງ 1 ບາດແຜ, ຫົວໄຫລ່ເບື້ອງຊ້າຍ 2 ບາດແຜ ແລະ ຢູ່ຫລັງມືເບື້ອງຊ້າຍ 2 ບາດແຜ.