EU ເຜີຍ ໃບຮັບຮອງສັກວັກຊີນປ້ອງກັນໂຄວິດ-19 ແບບດິຈີຕອນ ພ້ອມນຳໃຊ້ເດືອນມິຖຸນານີ້

ວັນທີ 25 ພຶດສະພາ 2021, ທ່ານ ນາງ ອົວຊູລາ ຟອນ ແດ ໄລເອິນ ປະທານຄະນະກຳມາທິການເອີຣົບ (EC) ເປີດເຜີຍວ່າ: ລະບົບພື້ນຖານຂອງໃບຮັບຮອງການສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ແບບດິຈີຕອນ ທີ່ອະນຸຍາດໃຫ້ປະຊາຊົນເດີນທາງອ້ອມຮອບສະຫະພາບເອີຣົບ (EU) ໄດ້ເສລີ ຈະພ້ອມນຳໃຊ້ນັບແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ.
ນາງ ຟອນ ໄລເອິນ ປະກາດຫລັງກອງປະຊຸມສຸດຍອດພິເສດລະຫວ່າງ 27 ປະເທດສະມາຊິກ EU ວ່າ: ປະເທດສະມາຊິກສາມາດເຊື່ອມຕໍ່ກັບລະບົບໃບຮັບຮອງດັ່ງກ່າວນັບແຕ່ກາງເດືອນມິຖຸນາເປັນຕົ້ນໄປ ແລະ ແຕ່ລະປະເທດຕ້ອງກວດສອບໃຫ້ແນ່ໃຈວ່າຂໍ້ມູນໃບຮັບຮອງຖືກປ້ອນເຂົ້າສູ່ລະບົບສຸຂະພາບລະດັບປະເທດຂອງຕົນເອງ.
ກ່ອນໜ້ານີ້, ນາງ ຟອນ ແດ ໄລເອິນ ເປີດເຜີຍຜ່ານທະວິດເຕີວ່າ: ປະຊາກອນຜູ້ໃຫຍ່ໃນ EU ເຄິ່ງໜຶ່ງຈະໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ໂດສທຳອິດໃນອາທິດນີ້. ຂະນະດຽວກັນມີການສົ່ງມອບວັກຊີນ 300 ລ້ານໂດສ ແລະ ຖືກສັກໃຫ້ປະຊາຊົນ 245 ລ້ານໂດສແລ້ວ.
ຂະນະດຽວກັນ, ຄະນະຜູ້ນຳ EU ໄດ້ໃຫ້ຄຳໝັ້ນ “ເພີ່ມຂີດຄວາມສາມາດຜະລິດວັກຊີນທົ່ວໂລກ ເພື່ອຕອບສະໜອງຄວາມຕ້ອງການຂອງໂລກ” ຫລັງຮ່ວມຫາລືກ່ຽວກັບ “ຄວາມກ້າວໜ້າທີ່ໝັ້ນຄົງ” ລະຫວ່າງກອງປະຊຸມສຸດຍອດໄລຍະເວລາ 2 ວັນ.
ນາງ ຟອນ ແດ ໄລເອິນ ກ່າວຫລັງກອງປະຊຸມວ່າ: ຄະນະຜູ້ນຳ EU ຍັງເຫັນພ້ອມຈະບໍລິຈາກວັກຊີນປ້ອງກັນພະຍາດໂຄວິດ-19 ໄປໃຫ້ປະເທດທຸກຍາກຢ່າງໜ້ອຍ 100 ລ້ານໂດສ ໃນທ້າຍປີນີ້. ພ້ອມຊີ້ວ່າ: ການບໍລິຈາກເປັນສິ່ງທີ່ “ຈຳເປັນຢ່າງຍິ່ງ” ເນື່ອງຈາກສະຖາບັນເຊຣຳແຫ່ງອິນເດຍ (SII) ໂຈະການສົ່ງອອກວັກຊີນທັງໝົດສູ່ COVAX ຈົນຮອດທ້າຍປີນີ້.
Pfizer-BioNTech, Moderna ແລະ Johnson & Johnson ຕັ້ງເປົ້າໝາຍສົ່ງມອບວັກຊີນ 1,3 ພັນລ້ານໂດສໃນປີ 2021 ໃຫ້ປະເທດລາຍໄດ້ຕໍ່າໂດຍບໍ່ສະແຫວງຫາຜົນກຳໄລ ແລະ ໃຫ້ປະເທດລາຍໄດ້ປານກາງໃນລາຄາຖືກ. ຂະນະທີ່ EU ວາງແຜນລົງທຶນ 1.000 ລ້ານເອີໂຣ ເພື່ອພັດທະນາການຜະລິດວັກຊີນໃນທະວີບອາຟຣິກາ.
ອ້າງອີງ: ສຳນັກຂ່າວຊິນຮົວ

