ປີໜ້າຣັດເຊຍຈະສ້າງເຄືອຂ່າຍ WiFi ໂຮງຮຽນ ທີ່ໃຫຍ່ກວ່າໝູ່ໃນໂລກ
ເວັບໄຊທາງການຂອງລັດຖະບານຣັດເຊຍໄດ້ເຜີຍແຜ່ຖະ ແຫຼງການໃນວັນທີ 13 ມີນານີ້ວ່າ: ຈະເຮັດໃຫ້ໂຮງຮຽນ ເກືອບ 2.000 ແຫ່ງ ຢູ່ມົດສະກູມີ WiFi ຊົມໃຊ້ໃນປີ 2018 ເຊິ່ງຈະເປັນເຄືອຂ່າຍທີ່ໃຫຍ່ກວ່າໝູ່ໃນໂລກທີ່ສ້າງຂຶ້ນ ເພື່ອການສຶກສາ ແລະ ຄາດວ່າຢູ່ມົດສະກູມີໂຮງຮຽນ 646 ແຫ່ງ ໄດ້ຊົມໃຊ້ເຄືອຂ່າຍ ເມື່ອທ້າຍປີ 2016 ແລະ ອີກ1.125 ແຫ່ງ ຈະໄດ້ຊົມໃຊ້ໃນປີ 2017.
ມົດສະກູຖືກເບິ່ງວ່າເປັນເມືອງທີ່ມີຄວາມສະດວກອັນດັບສອງໃນໂລກໃນການນຳໃຊ້ WiFIi ເນື່ອງຈາກຕາມຖະໜົນຫົນທາງ, ສວນສາທາລະນະ, ລົດໄຟໃຕ້ດິນ ແລະ ຫໍພັກນັກຮຽນນັກສຶກສາ 8.000 ແຫ່ງ ໄດ້ນຳໃຊ້ເຄືອຂ່າຍ WiFi ທີ່ບໍ່ເສຍຄ່າ.

