ເຊົາແຮມຕັນ ປົດນາທານ ໂຈນ ອອກຈາກຕຳແໜ່ງຜູ້ຈັດການທີມ ຫລັງຄວ້າໄຊໃນລີກໄດ້ເກມດຽວ

ເຊົາແຮມຕັນ ສັ່ງປົດ ນາທານ ໂຈນ ຜູ້ຈັດການທີມຊາວເວລ ອອກຈາກຕຳແໜ່ງຄຸຝຶກຂອງທີມເປັນທີ່ຮຽບຮ້ອຍ, ຫລັງຄຸມທີມໄປ 14 ນັດ, ຊະນະ 5 ແລະ ເສຍ 9, ໂດຍສະເພາະໃນພຣີເມຍລີກ ສາມາດຊະນະໄດ້ພຽງເກມດຽວຈາກ 8 ເກມ.

ກ່ອນນີ້ ນາທານ ໂຈນ ເປັນຜູ້ຈັດການຂອງ ເຊົາແຮມຕັນ ໃນວັນທີ 10 ພະຈິກ 2022, ແລະ ລາວເຄີຍເປັນຜູ້ຈັດການຂອງ ລູຕັນ ທາວ ທີມໃນລີກຮອງຂອງອັງກິດ ແລະ ເກືອບສາມາດນໍາເອົາທີມເລື່ອນຊັ້ນຂຶ້ນມາຫລິ້ນໃນລີກສູງສຸດຂອງອັງກິດໄດ້ ເມື່ອລະດູການທີ່ຜ່ານມາ ຫລັງຈາກເສຍໃຫ້ ຮັສເດີຟິວ ທາວ ໃນເກມຮອບຮອງຊະນະເລີດ playoff ເພື່ອຊີງປີ້ໃບສຸດທ້າຍ ໃນການມາຫລິ້ນໃນ ພຣີເມຍລີກ.