ເສີຍໂຕຈິງ ແມນ ຊິຕີ້! ຄັນເຊໂລ ຍ້າຍຮ່ວມ ບາເຍີນ ມິວນິກ ຢືມໂຕ ຈົນຈົບລະດູການ

ກອງຫລັງຊາວ ໂປຕຸເກດ ຍ້າຍໄປຮ່ວມທີມ ບາເຢິນ ມິວນິກ ດ້ວຍການຢືມຕົວຈົນຮອດທ້າຍລະດູການ. ຫລັງຈາກເສຍຕຳແໜ່ງຕົວຈິງຂອງ ເຮືອໃບສີຟ້າ ໃນຊ່ວງຫລັງ.

ດາວເຕະທີມຊາດ ໂປຕຸເກດ ກາຍເປັນຕົວສໍາຮອງຂອງເຮືອໃບສີຟ້າ ເລື້ອຍໆໃນຊ່ວງຫລັງ ໂດຍຫລັງຈາກຈົບການແຂ່ງຂັນບານໂລກ 2022, ເຂົາໄດ້ລົງໂຕຈິງພຽງແຕ່ສອງເກມເທົ່ານັ້ນ.

ສ່ວນສາເຫດທີ່ນັກເຕະ ອາຍຸ 28 ປີ ສູນເສຍຕໍາແຫນ່ງໂຕຈິງຂອງຕົນ ນັ້ນແມ່ນຍ້ອນວ່າ ເປບ ກວາດິໂອລາ ມັກຈະເລືອກໃຊ້ງານ ຣິໂກ ລູອິສ ເປັນກອງຫລັງຝັ່ງຂວາ ແລະ ນາທານ ອາເກ້ ເປັນກອງຫລັງຝັ່ງຊ້າຍ ໃຍໄລຍະຫລັງຫລາຍກວ່າ ນອກນັ້ນ ຍັງມີຂ່າວລືວ່າ ລາວໄດ້ມີປັນຫາກັບ ເປບ ຈົນມີສ່ວນເຮັດໃຫ້ລາວຕ້ອງຫລຸດຈາກຕໍາແໜ່ງໄປນັ່ງສຳຮອງ.