ແມນຢູ-ພາເລດ ຖືກຕັ້ງຂໍ້ຫາບໍ່ສາມາດ ຄວບຄຸມພຶດຕິກຳໄດ້ ຫລັງມີເລື່ອງກັນ ໃນການແຂ່ງຂັນເມື່ອວັນທີ 4 ກຸມພາຜ່ານມາ

ເມື່ອວັນທີ 9 ກຸມພາ 2023, ສະມາຄົມບານເຕະອັງກິດ ຫລື FA ໄດ້ຢືນຢັນຕັ້ງຂໍ້ກ່າວຫາຕໍ່  ແມນເຊັສເຕີ ຢູໄນເຕັດ ແລະ ຄຣິສຕັນ ພາເລດ ຍ້ອນບໍ່ສາມາດຄວບຄຸມພຶດຕິກຳຂອງນັກເຕະໃນສະໜາມໄດ້. ໃນເກມພຣີເມຍລີກ ອັງກິດ ທີ່ທັງສອງທີມພົບກັນໃນວັນທີ 4 ກຸມພາ 2023.

ເຫດການດັ່ງກ່າວເກີດຂຶ້ນໃນນາທີ 67 ເມື່ອ ເຈຟຟຣີ ຊະລູບ ນັກເຕະຂອງ ພາເລດ ໄປຕຳໃສ່ ອັນໂຕນີ ຂອງ ແມນເຊັສເຕີ ຢູໄນເຕັດ, ຈາກນັ້ນ ນັກເຕະຂອງທັງສອງທີມກໍ່ແລ່ນເຂົ້າມາເປັນກຸ່ມຊຸລະມຸນສຸດທ້າຍກ່ອນທີ່ ຄາເຊມິໂຣ ກອງກາງຂອງ ຜີສາດແດງ. ຈະໄດ້ຮັບໃບແດງ ແລະ ຖືກໄລ່ອອກຈາກສະໜາມ ຫລັງຈາກທີ່ເບິ່ງຄືວ່າບີບຄໍ ວິສ ຮິວ ກອງກາງຂອງ ພາເລດ ຈົນຫລ້າສຸດ FA ໄດ້ຕັ້ງຂໍ້ກ່າວຫາທັງ ແມນເຊັສເຕີ ຢູໄນເຕັດ ແລະ ຄຣິສຕັນ ພາເລດ ແລ້ວ.

ສຳລັບ ແມນເຊັສເຕີ ຢູໄນເຕັດ ແລະ ຄຣິສຕັນ ພາເລດ ມີເວລາຈົນຮອດວັນຈັນທີ 13 ກຸມພາ ເພື່ອຕອບຮັບ ຫລື ປະຕິເສດຂໍ້ກ່າວຫາ.