ອຸບັດຕິເຫດ ລົດ 10 ລໍ້ ຕຳກັບລົດຊິງ ຢູ່ໂຄ້ງເມືອງ ລ້ອງແຈ້ງ ເສຍຊີວິດ 2 ຄົນ ຍ້ອນຂັບຂີ່ລົດໄວເກີນຂອບເຂດ

ອີງຕາມວາລະສານ ປ້ອງກັນຄວາມສະຫງົບລາຍງານວ່າ: ອຸບັດຕິເຫດ ລົດບັນທຸກ 10 ລໍ້ ສີຂາວ ໝາຍເລກທະບຽນ ບຄ 0494 ກຳແພງນະຄອນ ຕຳກັບ ລົດໂຄງປະກອບ (ລົດຊິງ) ຢູ່ເສັ້ນທາງ 5A ເຂດບ້ານ ນ້ຳຊານ ເມືອງ ລ້ອງແຈ້ງ ແຂວງໄຊສົມບູນ ໃນເວລາປະມານ 10:30 ໂມງ ຂອງວັນທີ 7 ກຸມພາ 2023 ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ຍ້ອນຂັບຂີ່ລົດໄວເກີນກຳນົດຂອບເຂດ.

ທ່ານ ພັຕ ອານົງ ນໍລະສິງ ຫົວໜ້າພະແນກຕໍາຫລວດຈະລາຈອນ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ກ່ອນເກີດເຫດມີລົດບັນທຸກ 10 ລໍ້ ຂັບຂີ່ມຸ່ງໜ້າມາແຕ່ ເມືອງລ້ອງແຈ້ງ ຈຸດປະສົງຈະໄປທາງ ເມືອງອານຸວົງ, ພໍມາຮອດຈຸດເກີດເຫດເຂດບ້ານ ນໍ້າຊານ ທີ່ເປັນເສັ້ນທາງໂຄ້ງ ໄດ້ຕໍາເອົາລົດຊິງທີ່ຂັບຂີ່ສວນທາງມາຢ່າງແຮງເຮັດໃຫ້ມີພາຫະນະເປ່ເພ ໃຊ້ການບໍ່ໄດ້ 1 ຄັນ, ສົມຄວນ 1 ຄັນ, ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ, ສາຫັດ 2 ຄົນ ເປັນຍິງ 1 ຄົນ ແລະ ເສຍຊີວິດ 2 ຄົນ; ເຊິ່ງຜູ້ເສຍຊີວິດຊື່ ນາງ ໄມ້ດົວຢ່າງ ອາຍຸ 38 ປີ ແລະ ນາງ ຊີໝີວ່າງ ອາຍຸ 1 ປີ ທັງສອງຄົນປະຊາຊົນຢູ່ບ້ານນໍ້າຍອນ ເມືອງອານຸວົງ ແຂວງ ໄຊສົມບູນ.

ພາຍຫລັງເກີດອຸບັດຕິເຫດຜູ້ຂັບຂີ່ລົດບັນທຸກສີຂາວ ໝາຍເລກທະບຽນ ບຄ 0494 ກຳແພງນະຄອນ ແມ່ນໄດ້ລົບໜີອອກຈາກສະຖານທີ່ເກີດເຫດ.