ຄະນະສະມາຄົມນັກຂ່າວແຫ່ງສປປລາວສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ທ່ານ ສະຫວັນຄອນ ຣາຊະມົນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປລາວ ພ້ອມດ້ວຍຄະນະໄດ້ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ສສຫວຽດນາມ ໂດຍແຕ່ວັນທີ 26-30 ສິງຫາ 2022 ນອກຈາກພົບປະກັບຄະນະສະມາຄົມນັກຂ່າວແຫ່ງສສ ຫວຽດນາມ, ຄະນະສະມາຄົມມິດຕະພາບຫວຽດນາມ-ລາວ, ສະມາຄົມນັກຂ່າວນະຄອນຮ່າຍຟອງ ແລະ ຄະນະກຳມະການປະຊາຊົນນະຄອນຮ່າຍຟອງແລ້ວ ຍັງໄດ້ຊົມຫໍພິພິຕະພັນສື່ມວນຊົນທີ່ຮ່າໂນ້ຍ ເຊິ່ງເປັນຫໍພິພິຕະພັນທີ່ນຳເອົາວັດຖຸພັນເກົ່າແກ່ດ້ານສື່ມວນຊົນພ້ອມວິວັດທະນາການຂອງສື່ສສ ຫວຽດນາມແຕ່ປີ 1861 ເຖິງປັດຈຸບັນ ວາງສະແດງໃຫ້ຄົນຮຸ່ນໜຸ່ມຮຽນຮູ້ປະຫວັດສາດ ແລະ ບົດບາດຂອງສື່ມວນຊົນຫວຽດນາມນັບແຕ່ໄລຍະຕໍ່ສູ້ກັບຈັກກະພັດຕ່າງຊາດເພື່ອປົດປ່ອຍຊາດ ແລະ ການສ້າງສາພັດ ທະນາປະເທດຊາດຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ.

ການຢ້ຽມຢາມສສຫວຽດນາມຂອງຄະນະສະມາຄົມນັກຂ່າວແຫ່ງສປປ ລາວ ເປັນການປະກອບສ່ວນເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ທັງເປັນການສ້າງຂະບວນການສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມຄົບຮອບ 60 ປີ(5 ກັນຍາ 1962-5 ກັນຍາ 2022 ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ(18 ກໍລະກົດ 1977-18 ກໍລະກົດ 2022) ທັງຢູ່ບົນນໍ້າໃຈສາມັກຄີ, ຄວາມສະເໝີພາບແລະ ເຄົາລົບຊຶ່ງກັນ ແລະ ກັນ, ຮັດແໜ້ນ ແລະ ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ການແລກ ປ່ຽນຂໍ້ມູນຂ່າວສານລະຫວ່າງສື່ມວນຊົນສອງປະເທດບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບໜ້າທີ່ວຽກງານ ພາລະບົດບາດ ແລະ ຂອບເຂດອຳນາດຂອງແຕ່ລະຝ່າຍລວມທັງຂໍ້ກຳນົດກົດໝາຍຂອງແຕ່ລະປະເທດ ແລະ ສົນທິສັນຍາສາກົນຕ່າງໆທີ່ແຕ່ລະປະເທດຮ່ວມເປັນພາຄີ. ທີ່ສຳຄັນ 2 ສະມາຄົມນັກຂ່າວລາວ-ຫວຽດນາມໄດ້ຕົກລົງການຮ່ວມມືຫລາຍດ້ານເປັນຕົ້ນສະມາຄົມນັກຂ່າວແຫ່ງສສ ຫວຽດນາມ ຈະສືບຕໍ່ສະໜັບສະໜູນຊ່ວຍ ເຫຼືອລາວແຕ່ລະປີໂດຍການຈັດຊຸດຝຶກອົບຮົມໃຫ້ນັກຂ່າວຢູ່ປະເທດລາວຕາມຫົວຂໍ້ ເນື້ອໃນ ແລະ ການບໍລິ ຫານການອົບຮົມຕາມການເຫັນດີຮ່ວມກັນຂອງສອງຝ່າຍ ແລະ ສອດຄ່ອງກັບສະພາບການຕົວຈິງ, ຈະຊຸກຍູ້ສົ່ງເສີມອົງການສື່ທັງສອງປະເທດເຜີຍແຜ່ຂໍ້ມູນຂ່າວສານ ແລະ ເຫດການສຳຄັນຕາງໆກໍຄືຜົນສຳເລັດການສ້າງສາພັດທະນາປະເທດໃຫ້ຫຼາຍຂຶ້ນໂດຍຜ່ານທັງສື່ເກົ່າ ແລະ ໃໝ່ ແລະ ຈະແລກປ່ຽນການຢ້ຽມຢາມຄະ ນະຜູ້ແທນແບບໝູມວຽນແຕ່ລະປີເພື່ອປຶກສາຫາລືວຽກງານໂດຍສອດຄ່ອງກັບຫຼັກການແຫ່ງການເຄົາລົບ ຊຶ່ງກັນແລະ ກັນ.