ສຶ່ອັງກິດຕີຂ່າວ ເປບ ກຽມອຳລາ ແມນ ຊິຕີ້ ບໍ່ໍ່ລໍຖ້າຟັງຄຳຕັດສິນ ຄະດີລະເມີດກົດການເງິນ

“ເປບ” ເດັດຂາດ ກຽມອຳລາ “ແມນ ຊິຕີ້” ບໍ່ລໍຖ້າຟັງຄຳຕັດສິນຄະດີກົດການເງິນ.
ດິ ແອັດເລຕິກ ສື່ຊື່ດັງຂອງອັງກິດຕີຂ່າວ ເປບ ກວາດິໂອລາ ຜູ້ຈັດການທີມ “ເຮືອໃບສີຟ້າ” ແມນເຊັສເຕີ ຊິຕີ້ ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ອັງກິດ ມີແຜນຈະລາອອກຈາກຕຳແໜ່ງຜູ້ຈັດການທີມເຮືອໃບ. ໂດຍບໍ່ສົນໃຈວ່າຄໍາຕັດສິນເລື່ອງທີ່ຕົ້ນສັງກັດຖືກກ່າວຫາວ່າລະເມີດກົດລະບຽບທາງດ້ານການເງິນຈະສິ້ນສຸດລົງແນວໃດ.
ສື່ດັງກ່າວໄດ້ຮັບຂໍ້ມູນຈາກວົງໃນທີ່ເປັນທີມງານຂອງ ເປບ ກວາດິໂອລາ ເພື່ອຢືນຢັນເລື່ອງນີ້ວ່າ, ເປບ ເຄີຍກ່າວໃຫ້ສໍາພາດໃນເດືອນພຶດສະພາ ປີ 2022 ວ່າຖ້າສະໂມສອນຕົວະລາວກ່ຽວກັບເລື່ອງການໃຊ້ຈ່າຍ. ລາວຈະບໍ່ຢູ່ກັບທີມອີກຕໍ່ໄປ.

