ວົງການບານເຕະເສົ້າອີກ, ເກີດເຫດວຸ້ນວາຍໃນເກມລີກໃນອາເຈນຕີນາ ແຟນບານເສຍຊີວິດ 1 ຄົນ

ເກີດເຫດໂສກນາດຕະກຳໃນວົງການບານເຕະຂຶ້ນອີກຄັ້ງໜຶ່ງ ຕອນນີ້ເປັນລີກໃນອາເຈນຕີນາ ຫລັງມີເຫດວຸ້ນວາຍຈົນມີ ແຟນບານເສຍຊີວິດ ແລະ ເກມທີ່ເປັນປະເດັນຕ້ອງຍົກເລີກການແຂ່ງຂັນ.
ເກີດເຫດໂສກນາດຕະກຳໃນວົງການບານເຕະອີກເທື່ອຫນຶ່ງໃນການແຂ່ງຂັນ ລີກາ ໂປຣເຟຊິຍອງນາລ ອາເຈນຕີນາ ຄູ່ລະຫວ່າງຄິມນາເຊຍ ລາ ປລາຕາ ເປີດບ້ານພົບກັບ ໂບຄາ ຈູເນຍ ເມື່ອວັນທີ 6 ຕຸລາ ຫລັງມີເຫດວຸ້ນວາຍກັນຈົນ ແຟນບານເສຍຊີວິດ ແລະ ເກມນີ້ຕ້ອງຍົກເລີກແຂ່ງຂັນນຳອີກ.
ລາຍງານຂ່າວລະບຸວ່າ ເຫດການເກີດຂຶ້ນເມື່ອມີແຟນບານປະມານ 10,000 ຄົນພະຍາຍາມແຫ່ເຂົ້າໄປຊົມເກມໃນສະໜາມ ທີ່ບັນຈຸໄດ້ 20,000 ຄົນ ຈົນມີຄົນບາງສ່ວນລົ້ນເຂົ້າມາໃນສະໜາມ ຫລັງພະຍາຍາມໜີຈາກຄວາມວຸ້ນວາຍນີ້.
ເຫດການວຸ້ນວາຍນີ້ເຖິງຂັ້ນທີ່ເຈົ້າໜ້າທີ່ຕຳຫລວດຕ້ອງເຂົ້າມາຄວບຄຸມເຫດການ ແລະ ຍິງແກສນ້ຳາໃສ່ຝຸງຊົນ ສ່ວນເກມນີ້ສຸດ ທ້າຍແລ້ວແຂ່ງຂັນໄດ້ພຽງ 9 ນາທີ ກໍຕ້ອງຢຸດຕິລົງ ພາຍຫລັງຮູ້ວ່າມີແຟນບານຢ່າງໜ້ອຍ 1 ຄົນທີ່ເສຍຊີວິດ.
ເຊຄີໂອ ເບຣນີ ລັດຖະມົນຕີກະຊວງຄວາມຫມັ້ນຄົງແຫ່ງບູເອໂນໄອເຣສ ເປີດເຜີຍວ່າມີຊາຍອາຍຸ 57 ປີ ເສຍຊີວິດຈາກເຫດການ ນີ້ເນື່ອງຈາກພາວະຫົວໃຈຢຸດເຕັ້ນ ເຊິ່ງລາວຢືນຢັນວ່າຈະມີການສອບສວນເລື່ອງນີ້ ເພາະຄາດວ່າຈະມີການຂາຍບັດເຂົ້າ ຊົມເກີນຈຳນວນເກີດຂຶ້ນ.
ທັງນີ້ ຫາກໍມີເຫດການໂສກນາຕະກຳໃນວົງການບານເຕະເມື່ອບໍ່ເທົ່າໃດມື້ຜ່ານມາ ຫລັງຈາກເກມລີກອິນໂດນີເຊຍມີແຟນບານ ບຸກລົງມາໃນສະໜາມຈົນເກີດຄວາມວຸ້ນວາຍຢ່າງຫນັກ ສຸດທ້າຍມີຜູ້ເສຍຊີວິດຢ່າງໜ້ອຍ 130 ຄົນ ໂດຍໃນຈຳນວນນີ້ມີຄົນທີ່ຍັງ ເປັນເດັກລວມຢູ່ໃນນຳ.

