ບາດເຈັບໜັກ! ຕົ້ນສັງກັດ ຢືນຢັນພົບໂຕ ອັສຊູ ແລ້ວ

ຮາທາຍສະປໍ ຢືນຢັນວ່າ ຄຣິສຕຽນ ອັສຊູ ໄດ້ຮັບການຊ່ວຍເຫລືອອອກມາຈາກໃຕ້ຊາກຫັກພັງຈາກແຜ່ນດິນໄຫວໃນຕວັກກີແລ້ວ.

ເຊິ່ງປະເທດຕວັກກີຖືກເຄາະຮ້າຍຈາກໄພພິບັດຄັ້ງໃຫຍ່ ​ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 7.8 ຢູ່​ສູນກາງໃກ້​ກັບ​ເມືອງ ຊີອັລເທັບ ທາງຕາເວັນອອກສຽງໃຕ້ຂອງປະເທດ ຕິດກັບຊາຍແດນປະເທດຊີເຣຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫລາຍກວ່າ 1.300 ກວ່າຄົນ​​ ແລະ​ ມີຜູ້​ບາດເຈັບ​ກວ່າ​ 6 ພັນຄົນ.

ກ່ອນໜ້ານີ້, ອັສຊູ ແມ່ນໜຶ່ງໃນຜູ້ຫລິ້ນຂອງ ຮາທາຍສະປໍ ທີ່ຕິດຢູ່ໃຕ້ຊາກຫັກພັງ ແຕ່ຫລ້າສຸດມີການຢືນຢັນມີຄົ້ນພົບຕົວອະດີດນັກເຕະ ເຊວຊີ ແລະ ນີວຄາສເຊິນແລ້ວ  ​ແລະ​ ໄດ້​ຖືກ​ນຳ​ໂຕໄປ​​ໂຮງໝໍ​ເພື່ອ​ປິ່ນປົວ​ການບາດ​ເຈັບຮຽບຮ້ອຍແລ້ວ.

ແນວໃດກໍ່ຕາມ, ທາແນ ຊາວຸດ ຜູ້ອໍານວຍການກິລາຂອງສະໂມສອນ ຍັງຄົງຕິດຢູ່ໃຕ້ຊາກຫັກພັງ ແລະ ຍັງບໍ່ທັນພົບໂຕ. ເຊິ່ງປັດຈຸບັນເຈົ້າໜ້າທີ່ພວມເລັ່ງປະຕິບັດການຄົ້ນຫາຢ່າງຕໍ່ເນື່ອງ.